ທ່ານ ເຈີນແທງເໝີນລົງຢ້ຽມຢາມ, ອວຍພອນບຸນປີໃໝ່ຈອນຈານຳເທີໄມ ຢູ່ແຂວງຈາວິງ
(VOVWORLD) -ພັກ, ລັດ ຍາມໃດກໍເອົາໃຈໃສ່ໝູນໃຊ້ບັນດາກົນໄກນະໂຍບາຍ ເພື່ອເຮັດແນວໃດໃຫ້ທຸກເຂດແຂ້ວນ, ທຸກຊົນເຜົ່າລ້ວນແຕ່ໄດ້ຮັບການພັດທະນາ, ສັງຄົມໄດ້ຮັບປະກັນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານເຈີນແທງເໝີນມອບຂອງຂວັນແລະອວຍພອນປີໃໝ່ຈອນຈານຳເທີໄມສຳລັບສະມາຄົມພະສົງສຳມະເນນ
(ພາບ: VOV5)
|
ຕອນເຊົ້າວັນທີ 9 ເມສາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນປີໃໝ່ ຈອນຈານຳເທີໄມສຳລັບສະມາຄົມພະສົງສຳມະເນນສາມັກຄີຮັກຊາດຢູ່ແຂວງຈາວິງ, ຄອບຄົວເປົ້າໝາຍນະໂຍບາຍ, ນັກປະຕິວັດຜູ້ອາວຸໂສ ແລະ ພະນັກງານໄດ້ພັກກິນເບ້ຍບຳນານຊາວເຜົ່າຂະແມຜູ້ດີເດັ່ນ. ທ່ານເຈີນແທງເໝີນ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍເອົາໃຈໃສ່ໝູນໃຊ້ບັນດາກົນໄກນະໂຍບາຍ ເພື່ອເຮັດແນວໃດໃຫ້ທຸກເຂດແຂ້ວນ, ທຸກຊົນເຜົ່າລ້ວນແຕ່ໄດ້ຮັບການພັດທະນາ, ສັງຄົມໄດ້ຮັບປະກັນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
“ຂ້າພະເຈົ້າປາດຖະໜາວ່າ ພະສົງສຳມະເນນ ພ້ອມດ້ວຍພໍ່ແມ່ພີ່ນ້ອງຮ່ວມຊາດໄດ້ຕ້ອນຮັບປີໃໝ່ຈອນຈານຳເທີໄມດ້ວຍຄວາມເບີກບານມ່ວນຊື່ນ ແລະຜາສຸກໃໝ່; ປະຕິບັດບັນດາບັ້ນຂົນຂວາຍ, ບັນດາຂະບວນການແຂ່ງຂັນຮັກຊາດ ທີ່ລັດກໍຄືແນວໂຮມປະເທດຊາດຫວຽດນາມປຸກລະດົມໃຫ້ເປັນຢ່າງດີ. ພວກເຮົາຕ້ອງຮ່ວມແຮງຮ່ວມໃຈສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ, ຕາມເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.
ຕອນບ່າຍຂອງວັນດຽວກັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ ກໍໄດ້ເຮັດວຽກກັບການນຳແຂວງຈາວິງກ່ຽວກັບວຽກງານກໍ່ສ້າງຊົນນະບົດໃໝ່.