ທ່ານ ເລຂາທິການໃຫຍ່ Nguyen Phu Trong ຢ້ຽມຢາມ ແລະ ເຮັດວຽກ ກັບໜັງສືພິມ ເຍີນເຢີນ
ທ່ານ Nguyen Phu Trong ໂອ້ລົມ ກັບການນຳ, ພະນັກງານ, ນັກຂ່າວ ໜັງສືພິມ ເຍີນເຢີນ
(ພາບ: tamnhin.net)
(vovworld) - ຕອນເຊົ້າວັນທີ 9/6, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ກັບໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດຫວຽດນາມ). ເມື່ອໂອ້ລົມກັບບັນດາພະນັກງານ, ນັກຂ່າວ, ບັນນາທິການໜັງສືພິມ ເຍີນເຢີນ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ຊົມເຊີຍບັນດາຜົນງານທີ່ ໜັງສືພິມ ເຍີນເຢີນ ບັນລຸໄດ້ໃນໄລຍະຜ່ານມາ, ເນັ້ນໜັກບົດບາດສຳຄັນຂອງ ໜັງສືພິມ ເຍີນເຢີນ ໃນພາລະກິດປະຕິວັດຂອງປະເທດຊາດ, ພ້ອມທັງ ສະເໜີເຮັດແຈ້ງບາງຈຸດຄື: ເພີ່ມທະວີຄວາມດູດດື່ມຂອງໜັງສືພິມ ພັກເວົ້າລວມ ແລະ ໜັງສືພິມ ເຍີນເຢີນ ເວົ້າສະເພາະ, ເພີ່ມທະວີຜົນກະທົບ, ການແຜ່ຂະຫຍາຍຂອງ ໜັງສືພິມ ເຍີນເຢີນ.... ທ່ານເລຂາທິການໃຫຍ່ ຍັງສະແດງຄວາມເຊື່ອໝັ້ນວ່າ, ດ້ວຍມູນເຊື້ອທີ່ສະຫງ່າລາສີ ແລະ ຖັນແຖວພະນັກງານ, ນັກຂ່າວ, ບັນນາທິການ, ບັນດາຜູ້ຮ່ວມງານ ທີ່ມີປະສົບການ, ສຸດຈິດສຸດໃຈຕໍ່ວຽກງານ, ໃນໄລຍະຈະມາເຖິງ, ໜັງສືພິມ ເຍີນເຢີນ ຈະເສີມຂະຫຍາຍບົດບາດຂອງຕົນໃຫ້ແຂງແຮງກ່ວາອີກ, ສົມເປັນກຳລັງນຳໜ້າໃນວຽກງານແນວຄິດ, ໜັງສືພິມ ປະຕິວັດ ຢູ່ຫວຽດນາມ.