(vovworld) – ທູດພິເສດກ່ຽວກັບສັນຕິພາບຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ທ່ານ Kofi Annan ໃຫ້ຮູ້ວ່າ: ທ່ານໄດ້ມີການເຈລະຈາ “ທີ່ມີລັກສະນະສ້າງສັນ ແລະ ກົງໄປກົງມາ” ກັບທ່ານປະທານາທິບໍດີ ຊີຣີ Bashar al Assad ຢູ່ນະຄອນຫຼວງ Damas ໃນວັນທີ 9/7. ກ່າວຄຳເຫັນກັບບັນດານັກຂ່າວພາຍຫຼັງການພົບປະດັ່ງກ່າວ, ທ່ານທູດພິເສດ Annan ໃຫ້ຮູ້ວ່າ: ທ່ານ ແລະ ທ່ານປະທານາທິບໍດີ al Assad ໄດ້ປຶກສາຫາລື ກ່ຽວກັບຄວາມຈຳເປັນຕ້ອງຢຸດຕິການໃຊ້ຄວາມຮຸນແຮງ, ກໍຄືບັນດາວິທີ ແລະ ມາດຕະການປະຕິບັດສິ່ງດັ່ງກ່າວ. ທ່ານໄດ້ຊີ້ແຈ້ງວ່າ: ທ່ານໄດ້ເປັນເອກະພາບກັນກັບການນຳ ຊີຣີ ກ່ຽວກັບວິທີສຳພັດການເມືອງໃໝ່ເພື່ອແນໃສ່ຢຸດຕິການປະທະກັນຢູ່ຊີຣີ ແລະ ຈະນຳສະເໜີບັນຫານີ້ກັບຝ່າຍຄ້ານ. ທ່ານ Annan ໃຫ້ຮູ້ວ່າ: ພາຍຫຼັງອອກຈາກ ຊີຣີ, ທ່ານຈະສືບຕໍ່ມີການໂອ້ລົມສົນທະນາກັບປະທານາທິບໍດີ al Assad ແລະ ຈະກະຕຸກຊຸກຍູ້ລັດຖະບານ ຊີຣີ ແລະ ບັນດາຝ່າຍຄ້ານມີຜົນສະທ້ອນຢູ່ປະເທດນີ້ສະໜັບສະໜູນການໂອ້ລົມສົນທະນານັ້ນ.