ນາຍົກລັດຖະມົນຕີ Nguyen Tan Dung ຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ
(ພາບ:baodientu.chinhphu..vn)
( vovworld ) – ເພື່ອກະກຽມໃຫ້ກອງປະຊຸມສະໄໝເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 16/5, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ Hai Phong ໄດ້ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ Thuy Nguyen. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຕອບໂດຍກົງ, ເຮັດໃຫ້ຈະແຈ້ງບັນດາຂໍ້ຕິດຂັດ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ທີ່ກ່ຽວຂ້ອງເຖິງສະພາບຫຍູ້ງຍາກຂອງວິສາຫະກິດ ໃນສະພາບການຄວບຄຸມໄພເງິນເຟີ້, ຮັດແໜ້ນເງິນຕາ ແລະ ການລົງທຶນ, ທັດສະນະສຸມໃສ່ແກ້ໄຂບາງບັນຫາເຄັ່ງຮ້ອນໃນສັງຄົມຄື: ອຸບັດຕິເຫດທາງຄົມມະນາຄົມ, ມົນລະຜິດສິ່ງແວດລ້ອມ, ອາດສະຍາກຳ… ທ່ານນາຍົກລັດຖະມົນຕີ Nguyen Tan Dung ໃຫ້ຮູ້ວ່າ ລັດຖະບານກໍພວມຄົ້ນຄ້ວາບັນດານະໂຍບາຍລະອຽດເພື່ອສືບຕໍ່ໜູນຊ່ວຍຊາວປະມົງ. ຕັ້ງໜ້າດຳເນີນການປັບປຸງ, ເພີ່ມເຕີມ ແລະ ສ້າງກົດໝາຍທີ່ດິນໃຫ້ສົບບູນແບບສອດຄ່ອງກັບສະພາບຕົວຈິງ, ໂດຍສະເພາະແມ່ນກຳນົດຢ່າງຈະແຈ້ງສິດຂອງລັດ ແລະ ສິດຂອງຜູ້ນຳໃຊ້ທີ່ດິນ. ທ່ານນາ ຍົກລັດຖະມົນຕີ Nguyen Tan Dung ຕັກເຕືອນວ່າ ໃນການກໍ່ສ້າງຊົນນະບົດໃໝ່ ສິ່ງສຳຄັນແມ່ນການວາງແຜນກຳນົດ ຕ້ອງຜູກຮັດຈາກຂັ້ນຕາແສງ ເຖິງຂັ້ນເມືອງ, ແຂວງ ແລະ ຄິດໄລ່ສ້າງຄວາມດຸນດຽງແຫຼ່ງເງິນລົງທຶນເທື່ອລະກ້າວ ເພື່ອປະຕິບັດບົນພື້ນຖານດັດສົມບັນດາຄາດໝາຍໃຫ້ເໝາະສົມ. ນະຄອນ Hai Phong ເມື່ອເລືອກເອົາໂຄງການທຳອິດ ແມ່ນຕ້ອງເອົາໃຈໃສ່ເຖິງບັນຫາສິ່ງແວດລ້ອມ ແລະ ຕ້ອງມີການຕີລາຄາການປະທົບຕໍ່ສິ່ງແວດລ້ອມ, ແລ້ວຈຶ່ງຜັນຂະຫຍາຍປະຕິບັດໂຄງການ. ຕໍ່ໜ້າຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບສະພາບມົນລະຜິດສິ່ງແວດລ້ອມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຊີ້ແຈ້ງວ່າ: “ປະຈຸບັນ, ບໍ່ຄວນເຮັດໃຫ້ມົນລະຜິດສິ່ງແວດລ້ອມແລ້ວຈຶ່ງແກ້ໄຂ, ຄືແນວນັ້ນຈະຕ້ອງເສຍເງິນຫຼາຍ. ສະນັ້ນ, ນັບແຕ່ເລີ່ມປະຕິບັດວິວັດທະນະນາການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕ້ອງຖືວຽກງານນີ້ເປັນສຳຄັນ. ຂ້າພະເຈົ້າຮຽກຮ້ອງໃຫ້ອຳນາດການປົກຄອງນະຄອນ Hai Phong ຂັ້ນຕ່າງໆ ຕ້ອງຖືວຽກງານນີ້ເປັນສຳຄັນພິເສດ ໃນວິວັດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ໂດຍສະເພາະແມ່ນການຄວບຄຸມບັນດາປັດໄຈຄື: ນ້ຳເສດເຫຼືອ, ຄວັນ, ຂີ້ຝຸ່ນ, ສຽງລົບກວນ ແລະ ກ່ອນຜັນຂະຫຍາຍປະຕິບັດໂຄງການຕ້ອງມີການຕີລາຄາການກະທົບຕໍ່ສິ່ງແວດລ້ອມຢ່າງເດັດຂາດ“