ທ່ານ Putin ແລະ ທ່ານ Medvedev ແລກປ່ຽນກ່ຽວກັບແງ່ຫວັງ ເສດຖະກິດລັດເຊຍ
Diep Anh ນັກຂ່າວ VOV ປະຈຳລັດເຊຍ -  
ທ່ານ Putin ເຮັດວຽກກັບທ່ານ Medvedev
(ພາບ:RIA)
(vovworld)- “ລັດເຊຍ ຈະຈັດການປະຊຸມພິເສດດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກລັກຖະບານ, ກຸ່ມບໍລິຫານຂອງວັງ ແກຼມລິນ ແລະ ຜູ້ຊ່ຽວຊານເປັນຈຳນວນຫຼວງຫຼາຍ“ ນີ້ແມ່ນຂໍ້ຕົກລົງທີ່ຍົກອອກມາເມື່ອວັນທີ 15/4 ໃນການພົບປະລະຫວ່າງປະທານາທິບໍດີລັດເຊຍ Putin ແລະ ນາຍົກລັດຖະມົນຕີລັດເຊຍ Medvedev ເພື່ອແລກປ່ຽນກ່ຽວກັບແງ່ຫວັງດ້ານເສດຖະກິດຂອງປະເທດຊາດ. ການນຳສອງທ່ານລ້ວນແຕ່ຢືນຢັນວ່າ ຕ້ອງດຳເນີນບັນດາມາດຕະການເພື່ອຮັບມືກັບສະພາບການໂລກທີ່ສັບສົນຄືປະຈຸບັນ. ປະທານາທິບໍດີລັດເຊຍ Putin ໃຫ້ຮູ້ວ່າ:
“ຕອ້ງຍອມຮັບວ່າ, ພາຍຫຼັງເກີດວິກິດການ, ບັນດາຮູບການເສດຖະກິດໂລກມີຄວາມອັນຕະລາຍກ່ວາ. ແນ່ນອນວ່າສິ່ງດັ່ງກ່າວຈະກະທົບເຖິງລັດເຊຍ ແຕ່ເຖິງຢ່າງໃດກໍ່ຕາມ, ພື້ນຖານເສດຖະກິດລັດເຊຍ ຍັງມີຄວາມສາມາດສືບຕໍ່ພັດທະນາໄດ້“
ທ່ານນາຍົກລັດຖະມົນຕີລັດເຊຍ Medvedev ກໍ່ເຫັນດີເຫັນພ້ອມກັບບັນດາຂໍ້ໃຫ້ສັງເກດດັ່ງກ່າວ ແລະ ຢືນຢັນຕື່ມອີກວ່າ:
“ການພັດທະນາຂອງພື້ນຖານເສດຖະກິດໂລກ, ພື້ນຖານເສດຖະກິດເອີລົບ ຈະສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດລັດເຊຍ, ລັດເຊຍ ຕ້ອງມີບັນດາລັດຖະນະໂຍບາຍຢ່າງແຮງດ້ານງົບປະມານໃນໄລຍະຈະມາເຖິງ ແລະ ມີງົບປະມານເຄື່ອນໄຫວໃນປີນີ້“.
Diep Anh ນັກຂ່າວ VOV ປະຈຳລັດເຊຍ