ທ່ານMarcel Winter ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ ເຊັກໂກ-ຫວຽດນາມຄືນໃໝ່
ທ່ານ Marcel Winter, ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ ເຊັກໂກ - ຫວຽດນາມ ອາຍຸການ 2017 – 2019 ຄືນໃໝ່
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ວັນທີ 10/12, ຢູ່ ປຣາຮາ, ໄດ້ຈັດຕັ້ງກອງປະຊຸມໃຫຍ່ ສະມາຄົມ ເຊັກໂກ - ຫວຽດນາມ ອາຍຸການ 2017 – 2019 ແລະ ກໍ່ແມ່ນໂອກາດເພື່ອເປັນຂີດໝາຍເຫດການສະມາຄົມຄົບຮອບ 20 ປີ. ທ່ານ Marcel Winter, ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມ ເຊັກໂກ - ຫວຽດນາມ ອາຍຸການ 2017 – 2019 ຄືນໃໝ່. ທ່ານ Winter ໃຫ້ຮູ້ວ່າ: ໃນອາຍຸການໃໝ່, ໄປຄຽງຄູ່ກັບບັນດາແຜນການມະຫາພາກເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ສະມາຄົມ ເຊັກໂກ - ຫວຽດນາມ ຈະສືບຕໍ່ສົມທົບກັບສະຖານທູດ ຫວຽດນາມ, ສະມາຄົມຊາວ ຫວຽດນາມ ກໍ່ຄືບັນດາອົງການຈັດຕັ້ງມະຫາຊົນອື່ນໆຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ ໃນການເຄື່ອນໄຫວສັງຄົມ, ກຸສົນ, ພົວພັນແລກປ່ຽນວັດທະນະທຳ, ສິລະປະ, ກິລາ, ໜູນຊ່ວຍວິວັດການເຊື່ອມໂຍງຂອງ ຊາວ ຫວຽດນາມ ເຂົ້າສັງຄົມ ເຊັກໂກ ກ່ວາອີກ.