(vovworld)- ວັນທີ 22/3 ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ແລະ ເລຂາປະຈຳກະຊວງການຕ່າງປະເທດ ສິງກະໂປ Bilahari Kausikan ເປັນປະທານຮ່ວມການທາບທາມຄຳເຫັນດ້ານການເມືອງຄັ້ງທີ 7 ແລະ ການພົບປະແລກປ່ຽນຄັ້ງທີ 3 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ສິງກະໂປ, ໃນນັ້ນສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍ ແລະ ບາງບັນຫາພາກພື້ນ ແລະ ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍໄດ້ຕີລາຄາສູງການພັດທະນາຢ່າງເລິກເຊິ່ງຂອງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສິງກະໂປ. ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນທີ່ເວລາປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນຊຸກຍູ້ການຮ່ວມມືໃນ ອາຊຽນ ເພື່ອສຳເລັດການສ້າງປະຊາຄົມອາໃນໃນປີ 2015 ແລະ ບົດບາດໃຈກາງຂອງ ອາຊຽນໃນບັນດາບັນຫາສຳຄັນຂອງພາກພື້ນ.