ນັກທຸລະກິດ,ຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ140ຄົນຊອກຫາກາລະໂອກາດລົງທຶນຢູ່ວິ້ງຟຸກ
ພິທີພົບປະກັນບັນດານັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: TTXVN)
(vovworld) – ຕອນຄ່ຳວັນທີ 28/12, ຢູ່ແຂວງ ວິ້ງຟຸກ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດພິທີພົບປະກັນບັນດານັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ນີ້ແມ່ນການເຄື່ອນໄຫວຄັ້ງຕໍ່ໄປຂອງລາຍການໂອ້ລົມສົນທະນາ “ວິສາຫະກິດ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັນພັດທະນາປະເທດຊາດ”, ດ້ວຍການເຂົ້າຮ່ວມຂອງນັກທຸລະກິດ, ຊາວຫວຽດນາມອາໄສຢູ່ 18 ປະເທດເກືອບ 140 ຄົນ. ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້ານັກທຸລະກິດ, ຊາວຫວຽດນາມ ທີ່ດີເດັ່ນຢູ່ຕ່າງປະເທດຈຳນວນໜຶ່ງ ໄດ້ຍົກອອກຂໍ້ສະດວກ, ຄວາມຫຍຸ້ງຍາກເມື່ອລົງທຶນຢູ່ຫວຽດນາມ; ແລກປ່ຽນຄຳເຫັນ, ບົດຮຽນພຶດຕິກຳຕົວຈິງໃນການເຄື່ອນໄຫວລົງທຶນ, ກໍຄືຍົກອອກບັນດາຂໍ້ສະເໜີ, ນະໂຍບາຍກັບອົງການຄຸ້ມຄອງພາຍໃນປະເທດ ແລະ ແຂວງ ວິ້ງຟຸກ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມືອລົງທຶນ, ດຳເນີນທຸລະກິດຢູ່ພາຍໃນປະເທດ.