ນັກທ່ອງທ່ຽວ 200.000 ຄົນເຂົ້າຮ່ວມວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ
ນັກທ່ອງທ່ຽວ 200.000 ຄົນເຂົ້າຮ່ວມວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ
(vovworld) - ພາຍຫຼັງເຄື່ອນໄຫວມາເປັນເວລາ 4 ວັນ, ຕອນຄ່ຳວັນທີ 15/4, ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 8 ປີ 2012 ຖືກອັດລົງ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວ 200.000 ເທື່ອຄົນ. ບໍລິສັດການທ່ອງທ່ຽວສາກົນ 76 ແຫ່ງ, ບັນດາວິສາຫະກິດທ່ອງທ່ຽວທີ່ເຂົ້າຮ່ວມງານບຸນລ້ວນແຕ່ນຳສະເໜີບັນດາລາຍການທ່ອງທ່ຽວທີ່ປະຢັດ, ບັນດາລາຍການໂປຣໂມຊັນສຳລັບການທ່ອງທ່ຽວລະດູຮ້ອນປີ 2012 ດ້ວຍລາຍການທ່ອງທ່ຽວປະທັບໃຈຖືກຫຼຸດລາຄານັບຮ້ອຍໆ ລາຍການ. ທ່ານ Nguyen Khoa Luan, ຜູ້ອຳນວຍການບໍລິສັດທ່ອງທ່ຽວ Anh Viet ເວົ້າວ່າ:
“ແຕ່ລະປີ, ບໍລິສັດທ່ອງທ່ຽວ Anh Viet ລ້ວນແຕ່ປະສານສົມທົບກັບບັນດາອົງການຈັດຕັ້ງ, ພະແນກວັດທະນະທຳໃນລາຍການສົ່ງເສີມການທ່ອງທ່ຽວຕ່າງໆ. ປີນີ້, ເຖິງວ່າເສດຖະກິດມີຄວາມຫຍູ້ງຍາກ ແຕ່ວ່າບັນດາວິສາຫະກິດລ້ວນແຕ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເຫັນວ່າບັນຍາກາດໃນງານບຸນກໍ່ຟົດຟື້ນມ່ວນຊື່ນ. ແຕ່ລະເທື່ອເມື່ອນຳສະເໜີລາຍການທ່ອງທ່ຽວພວກເຮົາລ້ວນແຕ່ສ້າງຍຸດທະສາດລະອຽດ, ແນະນຳກ່ຽວກັບການທ່ອງທ່ຽວຫວຽດນາມ ແລະ ບັນດາສະຖານທີ່ຂອງທ່ອງທ່ຽວຫວຽດນາມ ທີ່ດູດດື່ມ. ຂ້າພະເຈົ້າເຫັນວ່າມັນໄດ້ນຳມາເຊິ່ງປະສິດທິຜົນຫຼາຍພໍສົມຄວນ”