(vovworld) - ເພື່ອແນໃສ່ຈັດຕັ້ງເວທີພົບປະແລກປ່ຽນ, ບັນເທີງໃຫ້ແກ່ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ Sydney, ໃນສັບປະດາອັດສະເຕີ 2012 ທີ່ຫາກໍສິ້ນສຸດລົງ, ສະມາຄົມນັກສຶກສາຫວຽດນາມ ຢູ່ ລັດ New South Wales ໄດ້ຈັດຕັ້ງການແຂ່ງຂັນກິລາດ້ວຍ 3 ປະເພດຄື: ບານເຕະ, ຕີດອກປີກໄກ່ ແລະ tennis. ຄະນະຈັດຕັ້ງຍັງສົ່ງເສີມນ້ຳໃຈຮັກຊາດຂອງນັກສຶກສາໂດຍຜ່ານການຂາຍອາຫານ ແລະ ເຄື່ອງດື່ມໃນຊຸມວັນຈັດການແຂ່ງຂັນ. ສຳລັບສິນຄ້າແຕ່ລະອັນທີ່ຂາຍໄດ້, ຄະນະຈັດຕັ້ງຈະຫັກ 1 ໂດລາອົດສະຕາລີ ເຂົ້າກອງທຶນ “ປະກອບຫີນ ເພື່ອເຈື່ອງຊາ”. ນີ້ແມ່ນການເຄື່ອນໄຫວອັນແທດຈິງມຸ້ງໄປສູ່ປະເທດຊາດ.