ນະຄອນໂຮ່ຈິມິນສະຫລຸບວຽກງານ ເອົາໃຈໃສ່ກະກຽມບຸນເຕັດ ໃຫ້ແກ່ກຳມະກອນ

ນະຄອນໂຮ່ຈິມິນສະຫລຸບວຽກງານ ເອົາໃຈໃສ່ກະກຽມບຸນເຕັດ ໃຫ້ແກ່ກຳມະກອນ - ảnh 1

(ພາບ:nld.com.vn)

(vovworld) -  ຕອນ​ບ່າຍວັນ​ທີ 18/2,  ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ແຮງ​ງານ​ນະຄອນ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບວຽກ​ງານ​ເອົາ​ໃຈ​ໃສ່​ກະກຽມ​ບຸນ​ເຕັດ​ປີ​ມະ​ເສັງ 2013 ໃຫ້​ແກ່​ກຳມະກອນ, ຜູ້​ອອກ​ແຮງ​ງານ​ຂອງ​ນະຄອນ. ​ໃນ​ບຸນ​ເຕັດ​ຜ່ານ​ມາ, ກຳມະບານ​ຂັ້ນຕ່າງໆ ​ໄດ້​ຂົນຂວາຍ ​ແລະ ປະສານ​ສົມທົບ​ກັບ  ວິ​ສາ​ຫະກິດ​ເກືອບ 400 ​ແຫ່ງໜູນ​ຊ່ວຍ​ຄ່າ​ປີ້​ລົດ​​ໃຫ້​ກຳມະກອນ​ເກືອບ 27.000 ຄົນ​​ກັບ​ເມືອ​ບ້ານ​ດ້ວຍ​ຍອດ​ຈຳນວນ​ເງິນ​ເກື​ອບ 17 ຕື້​ດົ່ງ. ກຳມະບານ​ຂັ້ນຕ່າງໆ ກໍ່​ສົມທົບ​ກັບ​ວິ​ສາ​ຫະກິດ​ມອບ​ຂອງຂວັນ ​ແລະ ​ເງິນສົດ​ໃຫ້​ກຳມະກອນ ລັດຖະກອນ ຜູ້​ອອກ​ແຮງ​ງານ​ນັບ​ແສນ​ຄົນດ້ວຍ​ຍອດ​ຈຳນວນ​ເງິນ​ກ່ວາ 780 ຕື້​ດົ່ງ. ທ່ານ​ເຈິ່ນ​ແທງ​ຫາຍ ຮອງ​ປະທານ​ຜູ້​ປະຈຳສະຫະພັນ​ແຮງ​ງານ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ຈາກ​ເລື່ອງ​ເອົາ​ໃຈ​ໃສ່​ກະກຽມບຸນ​ເຕັດ​ໃຫ້​ຜູ້​ອອກ​ແຮງ​ງານ​ເປັນ​ຢ່າງ​ດີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມສະໜິດ​ຕິດ​ພັນ​ລະຫວ່າງ​ວິ​ສາ​ຫະກິດ ​ແລະ ຜູ້​ອອກ​ແຮງ​ງານ​ແມ່ນ​ມີ​ຄວາມ​ສະໜິດສະໜົ​ມທີ່​ສຸດ ຈະແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ, ​ເຮັດ​ໃຫ້​ວິ​ສາ​ຫະກິດ​ເຄື​ອ່ນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ“

      ​

 

ຂ່າວ/ບົດ​ອື່ນ