(VOVWORLD) -ຕອນເຊົ້າວັນທີ 08 ກັນຍາ, ທ່ານນາງ ຫວຽນທິທູ, ຮອບປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Donari Bainchi, ຮອງລັດຖະມົນຕີກະຊວງວັດທະນະທຳ, ມໍລະດົກ ແລະ ທ່ອງທ່ຽວ ອີຕາລີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.
ທ່ານນາງ ຫວຽນທິທູ, ຮອບປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ
ຕ້ອນຮັບທ່ານນາງ Donari Bainchi
(ພາບ: hcmcpv.org.vn)
|
ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິທູ ເນັ້ນໜັກວ່າ, ການທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງເສດຖະກິດປາຍແຫຼມຂອງນະຄອນ, ປະກອບສ່ວນສຳຄັນເຂົ້າໃນບັນດາຜົນງານດ້ານເສດຖະກິດ, ສັງຄົມຂອງນະຄອນ. ໃນໄລຍະຈະມາເຖິງ, ນະຄອນປາດຖະໜາຢາກຮ່ວມມືກັບອີຕາລີ ໃນການແບ່ງປັນບົດຮຽນໃນການຈັດຕັ້ງ, ຄຸ້ມຄອງຂະແໜງທ່ອງທ່ຽວ, ອະນຸລັກຮັກສາ, ບູລະນະບັນດາມໍລະດົກ. ການນຳໂຮ່ຈິມິນ ສະເໜີໃຫ້ທ່ານນາງ Donari Bainchi ໃນຖານະຕຳແໜ່ງຂອງຕົນ ສືບຕໍ່ມີການເຄື່ອນໄຫວຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືລະຫວ່າງອີຕາລີ ເວົ້າລວມ, ບັນດາທ້ອງຖິ່ນຂອງອີຕາລີ ກັບນະຄອນໂຮ່ຈິມິນ ເວົ້າສະເພາະ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.
ສ່ວນທ່ານນາງ Donari Bainchi ຖືວ່າ, ວັດທະນະທຳ ແລະ ການທ່ອງທ່ຽວມີສາຍພົວພັນສະໜິດແໜ້ນ, ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ. ອີຕາລີ ປາດຖະໜາຢາກຮ່ວມມືກັບນະຄອນໂຮ່ຈິມິນ ໃນການແບ່ງປັນ, ໜູນຊ່ວຍນັກຊ່ຽວຊານໃຫ້ແກ່ການເຄື່ອນໄຫວອະນຸລັກຮັກສາ, ບູລະນະບັນດາມໍລະດົກປະຫວັດສາດ, ວັດທະນະທຳຂອງນະຄອນ.