ນະຄອນໂຮ່ຈິມິນ ຈະແມ່ນຈຸດສຸມແຫ່ງການລົງທຶນຂອງວິສາຫະກິດ ຍີ່ປຸ່ນ

ນະຄອນໂຮ່ຈິມິນ ຈະແມ່ນຈຸດສຸມແຫ່ງການລົງທຶນຂອງວິສາຫະກິດ ຍີ່ປຸ່ນ - ảnh 1
ນະຄອນ​ໂຮ່ຈິ​ມິນ ຈະ​ແມ່ນ​ຈຸດ​ສຸມ​​​ແຫ່ງການ​ລົງທຶນຂອງ​ວິ​ສາ​ຫະກິດ​ຍີ່ປຸ່ນ
(ພາບປະກອບ)


(vovworld) - ນະຄອນ​ໂຮ່ຈິ​ມິນ ຈະ​ແມ່ນ​ຈຸດ​ສຸມ​​​ແຫ່ງການ​ລົງທຶນຂອງ​ວິ​ສາ​ຫະກິດ​ຍີ່ປຸ່ນ, ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ ​ແມ່​ຂອງ - ຍີ່ປຸ່ນ ​ໃນ​ການ​ພົບ​ປະ ​ແລະ ​ເຮັດ​ວຽກກັບ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ​ເລ​ຮ່ວາງ​ກວນ ​ແລະ ຜູ້ຕາງໜ້າ​ບັນດາ​ຄະນະ, ຂະ​ແໜງ​ການ​ຂອງ​ນະຄອນ​ໃນ​ຕອນ​ບ່າຍ​ວັນ​ທີ 31 ຕຸລາ.

        ທ່ານ Kohei Watanabe ​ໄດ້​ນຳ​ໜ້າ​ຄະນະຜູ້​ແທນ​ວິ​ສາ​ຫະກິດ​ຍີ່ປຸ່ນ ມາ​ຢ້ຽມຢາມ​ນະຄອນ​​ໂຮ່ຈິ​ມິນ ​ແລະ ​ໃຫ້​ຮູ້​ວ່າ, ​ໃນ​ອະນາຄົດ​ນະຄອນ​ໂຮ່ຈິ​ມິນ ຈະ​ແມ່ນ​ຈຸດ​ສູ​ມ​ແຫ່ງ ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ. ​ເມື່ອ​ກັບ​ເມືອປະ​ເທດຄະນະ​ຜູ້​ແທນ​ວິ​ສາ​ຫະກິດຍີ່ປຸ່ນ ຈະ​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ອື່ນ​ລົງທຶນ​ເຂົ້າ​ເຂດ​ອຸດສາຫະກຳ​ຫວຽດນາມ - ຍີ່ປຸ່ນ. ​ແຕ່​ເພື່ອ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຍີ່ປຸ່ນ, ທ່ານ Kohei Watanabe ​ຖື​ວ່າ ນະຄອນ​ໂຮ່ຈິ​ມິນ ຕ້ອງ​ສ້າງ​ແຜນການ​ພັດ​ທະ​ນາ​ສັງ​ລວມ, ​ໃນ​ນັ້ນ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ແມ່ນ​ສຳຄັນ​ທີ່​ສຸດ ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​​ ແກ່ການ​ຂົນສົ່ງ​ສິນຄ້າ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ດ່ວານ​ຊວນ​ຮື​ງ ​ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ກັບ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສຽງ​​​ໃຕ້ ພ້ອມ​ກັບ​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຍີ່ປຸ່ນ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮື​ງ ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ກໍ່ພວມມຸ່ງ​ໄປ​ສູ່ການ​ລົງທຶນ​ເຂົ້າ​ຫວຽດນາມ. ບັນດາ​ແຂວງ, ນະຄອນ ຕ້ອງ​ພິຈາລະນາ​ຍຸດ​ທະ​ສາດ ​ໂຕ​ກຽວ 2012 ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ຂອງ - ຍີ່ປຸ່ນ ຢ່າງ​ລະອຽດ ​​ແມ​ໃສ່​ຊອກ​ຫາ​ບັນດາ​ສິ່ງ​ສະດວກ​ເພື່ອ​ຂຸດ​ຄົ້ນ ​ແລະ ຮ່ວມ​ມື​ກັບ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ