(vovworld) - ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນບຸນການທ່ອງທ່ຽວ ຖືກຈັດຂຶ້ນແຕ່ວັນທີ 27 – 30/03 ຢູ່ນະຄອນໂຮ່ຈິມິນ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວໂຮງແຮມ 85 ແຫ່ງທີ່ມາຈາກ 39 ແຂວງ, ນະຄອນ. ມີບັນດາການເຄື່ອນໄຫວເຊິ່ງໄດ້ຮັບການຈັດຕັ້ງຂຶ້ນຢ່າງສົມກຽດໃນວັນບຸນທ່ອງທ່ຽວຄື: ງານຕະຫຼດນັດທ່ອງທ່ຽວ, ງານປະກວດນັກຮ້ອງສຽງທອງໃນຂະແໜງທ່ອງທ່ຽວ, ງານວາງສະແດງຮູບຖ່າຍທ່ອງທ່ຽວຫວຽດນາມ. ທ່ານ ຫຼ້າກ໋ວກແຄ໋ງ, ຮອງຫົວໜ້າພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ນະຄອນໂຮ່ຈິມິນ, ຫົວໜ້າຄະນະຈັດຕັ້ງ ໃຫ້ຮູ້ວ່າ.
“ພະລັງຊີວິດຂອງວັນບຸນທ່ອງທ່ຽວນະຄອນໂຮ່ຈິມິນ ໄດ້ເປັນຂີດໝາຍໃໝ່ຂອງວັນບຸນການທ່ອງທ່ຽວ ພາຍຫຼັງສ້າງຕັ້ງມາເປັນເວລາ 10 ປີ. ນະຄອນໂຮ່ຈິມິນ ມີຄວາມເອກອ້າງຖະນົງໃຈ ແລະ ຢືນຢັນວ່າ ພວກເຮົາມີວິທີຈັດຕັ້ງທີ່ດີ, ມີຄວາມຜູກພັນລະຫວ່າງອົງການຄຸ້ມຄອງຂະແໜງ, ບັນດາໝູ່ຄະນະ ກັບບັນດາສະຫະສະມາຄົມທ່ອງທ່ຽວ ທັງນີ້ກໍ່ແມ່ນການກະຕຸກດຶງດູດນັກທ່ອງທ່ຽວ”.