ທ່ານເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ແລະ ທ່ານຮອງເຈົ້າຄອງນະຄອນ ໂອຊາກາ ຂອງຍີປຸນ |
(vovworld)- ຕອນບ່າຍວັນທີ 13/11, ທ່ານເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນໄດ້ໃຫ້ການຕ້ອນຮັບທ່ານ Tanaka Kazunori ສະມາຊິກສະພາຕ່ຳ, ປະທານຄະນະກຳມາທິການສາກົນ - ພັກປະຊາທິປະໄຕເສລີຍີປຸ່ນ LDP ພ້ອມດ້ວຍຄະນະ ຊຶ່ງພວມເຄື່ອນໄຫວຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມງານບຸນຍີປຸ່ນຢູ່ຫວຽດນາມຄັ້ງທີ 3. ທີ່ການຕ້ອນຮັບ, ທ່ານເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫວັງວ່າ ດ້ວຍບົດບາດຂອງຕົນ, ທ່ານ Tanaka Kazunori ສະມາຊິກສະພາຕ່ຳ, ປະທານຄະນະກຳມາທິການສາກົນ - ພັກປະຊາທິປະໄຕເສລີຍີປຸ່ນ LDP ສືບຕໍ່ສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ.
ສ່ວນ ທ່ານ Tanaka Kazunori ສະມາຊິກສະພາຕ່ຳ, ປະທານຄະນະກຳມາທິການສາກົນ - ພັກປະຊາທິປະໄຕເສລີຍີປຸ່ນ LDP ຖືວ່າ ສາຍພົວພັນລະຫວ່າງຫວຽດນາມ - ຍີປຸ່ນພວມພັດທະນາຢ່າງຕັ້ງໜ້າ ແລະ ຟົດຟື້ນ. ທ່ານປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການພົວພັນຮ່ວມມືໃນຂົງເຂດຕ່າງໆຄື : ການເມືອງ, ເສດຖະກິດ…