ພາບປະກອບ
|
(vovworld) – ຕອນເຊົ້າວັນທີ 6/3, ຂະບວນການ “ຍ່າງເພື່ອການພັດທະນາຂອງແມ່ຍິງ” ຢູ່ເມືອງ 7, ນະຄອນ ໂຮ່ຈີມິນ ໄດ້ດຶງດູດກ່ວາ 6.000 ຄົນເຂົ້າຮ່ວມ. ຜ່ານການເຄື່ອນໄຫວນີ້, ຄະນະຈັດຕັ້ງຢາກສົ່ງສານທີ່ວ່າ: “ແມ່ຍິງເຖິງວ່າຈະຂຶ້ນກັບຊົນຊັ້ນໃດ ທີ່ຕັ້ງສັງຄົມໃດກໍ່ກໍລ້ວນແຕ່ຕ້ອງມີເຈດຈຳນົງນບືນຕົວຂຶ້ນ, ຢັ້ງຢືນທີ່ຕັ້ງຂອງຕົນໃນທຸກຂົງເຂດຂອງຊີວິດການເປັນຢູ່ ແລະ ສັງຄົມ”. ປ້າ ຟານທິເກີ໋ມຮົ່ງ, ຢູ່ຕາແສງ ຫງວຽນທ໋າຍບີ່ງ, ເມືອງໜຶ່ງ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຫັນວ່າ: ລາຍການນີ້ໄດ້ກະຕຸກຊຸກຍູ້ແມ່ຍິງເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ. ຜ່ານລາຍການນີ້, ບັນດາແມ່ຍິງທີ່ເຂົ້າຮ່ວມລາຍການຮູ້ສຶກໄດ້ວ່າບົດບາດຂອງຕົນນັບມື້ນັບສຳຄັນກ່ວາໃນສັງຄົມຍຸກປະຈຸບັນ.”
ພິເສດ, ໃນລາຍການມີການເຂົ້າຮ່ວມຂອງອະດີດປະທານປະເທດ ຫງວຽນທິບີ່ງ, ທ່ານນາງ Victoria Kwakwa, ຜູ້ອຳນວຍການທະນາຄານໂລກປະຈຳ ຫວຽດນາມ…