ນະຄອນSonjoຂອງຍີ່ປຸ່ນຊ່ວຍບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ແຂວງບາເຣ້ຍຫວູງເຕົາ
ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງການນຳແຂວງ
Sanjo ແລະ ບ່າເຣ້ຍ ຫວູງເຕົາ
ພາບ:bariavungtau
|
(vovworld)- ວັນທີ 20/7, ຄະນະຜູ້ແທນນະຄອນ Sanjo ແຂວງ Niigata ປະເທດຍີ່ປຸ່ນ ໂດຍທ່ານ Isato Kunisada ເຈົ້າຄອງນະຄອນນຳຫນ້າ ໄດ້ໄປຢ້ຽມຢາມ ແຂວງ ບ່າເຣ້ຍ ຫວູງເຕົາ ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້ານະຄອນ Sanjo. ຕາມບົດບັນທຶກຊ່ວຍຈຳດັ່ງກ່າວ, ຫ້ອງອຸດສາຫະກຳ ແລະຫ້ອງການອຸດສາຫະກຳການຄ້ານະຄອນ Sanjo ຈະຫນູນຊ່ວຍບຳລຸງສ້າງ, ຕ້ອນຮັບນັກສຶກສາຂອງແຂວງ ບ່າເຣ້ຍ ຫວູງເຕົາ ມາຮ່ຳຮຽນ, ເຮັດວຽກຢູ່ ນະຄອນ Sanjo. ສອງຝ່າຍຈະພ້ອມກັນແລກປ່ຽນ, ເຊື່ອມຕໍ່ຂໍ້ມູນຂ່າວສານ ແລະ ສ້າງຂອບເຂດການຮ່ວມມືບົນຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ.