ນະໂຍບາຍການຕ່າງປະເທດ ຂອງ ຈີນ: ຮຽກຮ້ອງໃຫ້ມີຄວາມສາມັກຄີ, ຫຼີກລ້ຽງການສູ້ຢັນກັນ
(VOVWORLD) -ວັນທີ 7 ມີນາ, ຢູ່ ປັກກິ່ງ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ເຕິນກາງ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບນະໂຍບາຍການຕ່າງປະເທດຂອງ ຈີນ ຢູ່ນອກກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ ສະພາແຫ່ງຊາດຈີນ ຊຸດທີ 15.
ທ່ານລັດຖະມົນຕີການຕ່າງປະເທດ ສິນກ່າງ (ພາບ: TTXVN) |
ທ່ານລັດຖະມົນຕີການຕ່າງປະເທດ ສິນກ່າງ ໄດ້ເນັ້ນໜັກເຖິງນ້ຳໃຈສາມັກຄີ, ການຮ່ວມມືລະຫວ່າງບັນດາປະເທດໃນການແກ້ໄຂບັນຫາທົ່ວໂລກ. ສານທີ່ ຈີນ ຢາກສົ່ງເຖິງໂລກ ແມ່ນຮຽກຮ້ອງໃຫ້ບັນດາປະເທດສາມັກຄີ, ຫຼີກລ້ຽງການສູ້ຢັນກັນ ແລະ ການປະທະກັນ. ການບໍລິຫານທົ່ວໂລກ ຕ້ອງປະຕິບັດຕາມກົດໝາຍສາກົນໃນ ກົດບັດ ສປຊ ແລະ ບັນດາປະເທດພວມພັດທະນາ ຕ້ອງເຂົ້າຮ່ວມ ແລະ ສະແດງທັດສະນະຂອງຕົນໃນບັນດາບັນຫາສາກົນໃຫ້ຫຼາຍກວ່າອີກ.
ກ່ຽວກັບການພົວພັນລະຫວ່າງ ຈີນ - ອາເມລິກາ, ເຊິ່ງເປັນບັນຫາທີ່ມີນັກຂ່າວນຫຼາຍຄົນຕັ້ງຄຳຖາມທີ່ ສຸດ, ທ່ານ ລັດຖະມົນຕີການຕ່າງປະເທດ ສິນກ່າງ ປາດຖະໜາວ່າ ສອງຝ່າຍຮັກສາສາຍພົວພັນ ເພື່ອຜົນປະໂຫຍດຂອງສອງປະເທດເວົ້າສະເພາະ ແລະ ໂລກ ເວົ້າລວມ ບົນພື້ນຖານກຳນົດຜົນປະໂຫຍດລວມ ແລະ ແບ່ງປັ່ນຄວາມຮັບຜິດຊອບ ເພື່ອໄມຕີຈິດມິດຕະພາບລະຫວ່າງສອງປະເທດ.