ນະໂຍບາຍການທະຫານ ໃໝ່ຂອງຍິ່ປຸ່ນປັບປຸງ ສຳພັນທະມິດອາເລິກາ -ຍິ່ປຸ່ນ
ທ່ານ Chuck Hagel ຕ້ອນຮັບທ່ານ Itsunori Onodera
(ພາບ: AP)
(vovworld)- ນະໂຍບາຍກ່ຽວກັບການກະທຳດ້ານການທະຫານຂອງຍີ່ປຸ່ນ ຈະຊ່ວຍປັບປຸງສຳພັນທະມິດລະຫວ່າງໂຕກຽວ ແລະ ວໍຊິງຕັນ, ເປີດທາງໃຫ້ແກ່ບັນດາຮູບການຮ່ວມມືດ້ານການທະຫານໃໝ່ລະຫວ່າງສອງປະເທດ. ນັ້ນແມ່ນຄຳເຫັນຂອງທ່ານ Itsunori Onodera ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຍີ່ປຸ່ນ ໃນການຢ້ຽມຢາມອາເມລິກາ ເມື່ອວັນທີ 11/7.
ກ່ອນໜ້ານັ້ນ, ໃນການປະຊຸມຂ່າວຮ່ວມກັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ຊົມເຊີຍການປ່ຽນແປງວິທີອະທິບາຍລັດຖະທຳມະນູນ ຊື່ງລັດຖະບານຍິ່ປຸ່ນ ຫາກໍ່ຮັບຮອງເອົາເມື່ອວັນທີ 1/7 ຜ່ານມາ. ທ່ານລັດຖະມົນຕີ Chuck Hagel ເນັ້ນໜັກວ່າ: ນີ້ແມ່ນຂໍ້ຕົກລົງມີລັກສະນະບາດລ້ຽວທີ່ອະນຸຍາດໃຫ້ຍິ່ປຸ່ນ ເພີ່ມທະວີການປະກອບສ່ວນເຂົ້າໃນການປ້ອງກັນຄວາມສະຫງົບພາກພື້ນ ແລະ ທົ່ວໂລກຫຼາຍພໍສົມຄວນ./.