ຈີນນຳແຜນທີ່ ທີ່ມີ ”ຮູບລີນງົວ”ເຂົ້າໃນປັດສະປໍສາມັນເອເລກໂຕນິກຂອງປະເທດນີ້
(ພາບ: google.com.vn)
(vovworld) - ຕໍ່ໜ້າເລື່ອງຈີນນຳບັນດາເຂດພິພາດເຂົ້າແຜນທີ່ ທີ່ພິມໃນປັດສະປໍສາມັນເອເລກໂຕນິກຂອງປະເທດນີ້, ໂຄສົກກະຊວງການຕ່າງປະເທດອາເມລິກາ Victoria Nuland ຖະແຫຼງວ່າ, ອາເມລິກາ ບໍ່ຮັບຮອງແຜນທີ່ ທີ່ມີ ”ຮູບລີນງົວ” ໃນປັດສະປໍໃໝ່ຂອງຈີນ. ຕອບຄຳຖາມຕໍ່ນັກຂ່າວ ເມື່ອວັນທີ 27/11 ກ່ຽວກັບເລື່ອງພາສີອາເມລິກາ ຕີກາເຂົ້າເມືອງໃນປັດສະປໍນີ້, ແມ່ນເລື່ອງຮັບຮອງຖະແຫຼງການອະທິປະໄຕຂອງຈີນແມ່ນບໍ, ໂຄສົກກະຊວງການຕ່າງປະເທດອາເມລິກາ Victoria Nuland ຢືນຢັນວ່າ:
”ນັ້ນບໍ່ແມ່ນການຮັບຮອງຂອງອາເມລິກາ ທີ່ມີຕໍ່ຖະແຫຼງການອະທິປະໄຕຂອງຈີນ, ເຊິ່ງສະແດງອອກຜ່ານແຜນທີ່ນີ້. ທັດສະນະຂອງອາເມລິກາ ແມ່ນບັນດາບັນຫາກ່ຽວກັບທະເລຕາເວັນອອກຄວນສືບຕໍ່ໄດ້ຮັບການປຶກສາຫາລືລະຫວ່າງຝ່າຍຕ່າງໆທີ່ກ່ຽວຂ້ອງ, ລະຫວ່າງອາຊຽນ ແລະ ຈີນ. ຮູບພາບໃນປັດສະປໍບໍ່ເຮັດໃຫ້ທັດສະນະນີ້ຂອງພວກຂ້າພະເຈົ້າມີການປ່ຽນແປງ”
ວັນທີ 26/11, ທ່ານລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Marty Natalegawa ກໍ່ໄດ້ຖືວ່າເລື່ອງຈີນນຳບັນດາເຂດພິພາດເຂົ້າແຜນທີ່ ທີ່ພິມໃນປັດສະປໍສາມັນເອເລກໂຕນິກຂອງປະເທດນີ້ ແມ່ນການກະທຳບໍ່ເປັນປົກກະຕິ ແລະ ກໍ່ຄວາມພິພາດກັນ. ກ່ອນໜ້ານັ້ນ, ຟີລິບປິນ, ຫວຽດນາມ ແລະ ອິນເດຍ ກໍ່ໄດ້ຄັດຄ້ານເລື່ອງຈີນນຳບັນດາເຂດພິພາດເຂົ້າແຜນທີ່ ທີ່ພິມໃນປັດສະປໍສາມັນເອເລກໂຕນິກຂອງປະເທດນີ້ເຊັ່ນກັນ.