ພາບປະກອບ
|
(vovworld) – ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຫາກໍ່ມີຄຳສັ່ງກ່ຽວກັບການເພີ່ມທະວີການປະຕິບັດນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບແມ່ນ ຄຳສັ່ງຊີ້ແຈ້ງວ່າ: ປະກັນສຸຂະພາບ, ປະກັນສັງຄົມແມ່ນ 2 ນະໂຍບາຍສຳຄັນຂອງລະບົບຮັບປະກັນຊີວິດສັງຄົມ, ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ, ຊີ້ນຳປະຕິບັດຜ່ານຫຼາຍມະຕິ ແລະ ບັນດາເອກະສານນິຕິກຳ. ຫຼາຍນະໂຍບາຍປະກັນສັງຄົມ, ປະກັນສຸຂະພາບໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນໃນການຮັບປະກັນຊີວິດສັງຄົມ. ເພື່ອສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການປະຕິບັດນະໂຍບາຍ, ກົດໝາຍກໍ່ຄືແກ້ໄຂບັນດາຂໍ້ຈຳກັດ ແລະ ຜັນຂະຫຍາຍປະຕິບັດບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບປະກັນສັງຄົມ, ປະກັນສຸຂະພາບເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງລະດົມທຸກໆແຫຼ່ງກຳລັງໜູນຊ່ວຍປະຊາຊົນເຂົ້າຮ່ວມປະກັນສັງຄົມ, ປະກັນສຸຂະພາບ, ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ພ້ອມທັງແກ້ໄຂບັນດາການສວຍໃຊ້, ຫາຜົນປະໂຫຍດຈາກກອງທຶນປະກັນສຸຂະພາບ.