ນາຍົກລັດຖະມົນຕີບຸນກາຣີສືບຕໍ່ການເຄື່ອນໄຫວຢ້ຽມຢາມຫວຽດນາມ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ບຸນກາຣີPlamen Oreshaski
|
(vovworld)- ຕອນເຊົ້າວັນທີ 8/4 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ບຸນກາຣີ Plamen Oreshaski ໄດ້ເປັນສັກຂິພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບຄຳໝັ້ນສັນຍາຮ່ວມມືລະຫວ່າງບໍລິສັດ PV Oil Lube ສັງກັດກຸ່ມບໍລິສັດນຳ້ມັນອາຍແກສແຫ່ງຊາດ ຫວຽດນາມ ແລະ ບໍລິສັດ Prista Recycling ສັງກັດກຸ່ມບໍລິສັດນຳ້ມັນອາຍແກສ Prista Oil ບຸນກາຣີ. ກ່າວຄຳເຫັນນະພິທີ, ທ່ານ ເຈີນກວກແຄງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມປາດຖະຫນາວ່າ: ໃນໄລຍະຈະມາເຖິງ ວິສາຫະກິດທັງສອງ ຈະຮ່ວມມືຢ່າງແຫນ້ນແຟ້ນ, ຊຸກຍູ້ຜັນຂະຫຍາຍໂຄງການຮ່ວມມື:
“ນີ້ແມ່ນຫນຶ່ງໃນບັນດາໂຄງການຮ່ວມມືຢ່າງແທ້ຈິງ, ນຳມາຊື່ງປະສິດທິຜົນດ້ານເສດຖະກິດໃຫ້ແກ່ວິສາຫະກິດທັງສອງ. ກະຊວງອຸດສາຫະກຳ ການຄ້າ ຕີລາຄາສູງ ເລື່ອງລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງບໍລິສັດສອງແຫ່ງດັ່ງກ່າວ ກ່ຽວກັບການຄົ້ນຄ້ວາຮ່ວມມື, ລົງທຶນກໍ່ສ້າງໂຮງງານບຳບັດ ແລະ ຜະລິດນຳ້ມັນຈັກຄືນໃຫມ່ຢູ່ ຫວຽດນາມ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ.”
ເວທີປາໄສວິສາຫະກິດຫວຽດນາມ-ບຸນກາຣີ
ຕອນເຊົ້າວັນດຽວກັນ, ຢູ່ ນະຄອນ ດາຫນັງ, ທ່ານນາຍົກລັດຖະມົນຕີ ບຸນກາຣີ Plamen Oreshaski ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ບຸນກາຣີ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສາຂາ ນະຄອນດາຫນັງ ສົມທົບກັບສະຖານທູດ ບຸນກາຣີ ປະຈຳຫວຽດນາມ ຈັດຕັ້ງຂຶ້ນ.
ເຂົ້າຮ່ວມເວທີປາໄສ ມີບັນດາການນຳກະຊວງ, ຂະແຫນງການ ແລະ ວິສາຫະກິດ ບຸນກາຣີ 23 ແຫ່ງ ພ້ອມກັບວິສາຫະກິດ ຫວຽດນາມ 50 ແຫ່ງ. ນີ້ແມ່ນກາລະໂອກາດເພື່ອເຊື່ອມຕໍ່ວິສາຫະກິດ ບຸນກາຣີ ແລະ ດາຫນັງ, ສົ່ງເສີມການຄ້າ ແລະ ການລົງທຶນສອງສົ້ນ. ກ່າວຄຳເກັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ບຸນກາຣີ Plamen Oreshaski ເນັ້ນຫນັກວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນສຳລັບ ບຸນກາຣີ. ເວທີປາໄສນີ້ ແມ່ນໂອກາດເພື່ອສ້າງຕັ້ງການພົວພັນຮ່ວມມືໃນຫລາຍຂົງເຂດລະຫວ່າງວິສາຫະກິດສອງປະເທດໃຫ້ນັບມື້ນັບມີປະສິດທິຜົນກວ່າ.