ນາຍົກລັດຖະມົນຕີສ.ບຸນກາຣີສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ

ນາຍົກລັດຖະມົນຕີສ.ບຸນກາຣີສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ສ. ບຸນ​ກາຣີ Plamen Vasilev Oresharski ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
(ພາບ: TTXVN)

(vovworld) – ວັນ​ທີ 9/4, ທ່ານ​ນາຍົກລັດຖະມົນຕີ ສ. ບຸນ​ກາຣີ Plamen Vasilev Oresharski ​ແລ​ະ ພັນ​ລະ​ຍາ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ​ເຫ້ວ, ສິ້ນສຸດ​ການ​ຢ້ຽມຢາມ​ຫວຽດນາມ​ເປັນ​ທາງ​ການ​ຢ່າງ​ຈົມ​ງາມ ຕາມ​ຄຳ​ເຊື້ອ​ເຊີນຂອງ​ທ່າ​ນນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ. ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ເຂົ້າ​ຢ້ຽມ​ຂຳ​່ນັບທ່ານນາຍົກລັດຖະມົນຕີ ບຸນ​ກາຣີ ​ແລະ ພັນ​ລະ​ຍາ​ໃນ​ວັນ​ທີ 9/4, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ຫງວຽນ​ກາວ​ວັນ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ ​ແລະ ການ​ພົວພັນ​ຮ່ວມ​ມື​ກັບ ບຸນ​ກາຣີ ​ໃນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ ​ການ​ຕຳ່​ແຜ່ນ​ຕັດ​ຫຍິບ, ພະລັງງານ.​.​.​, ໜູນ​ຊ່ວຍ​ບຳລຸງ​ສ້າງ​​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ສາທາລະນະ​ສຸກ ​ແລະ ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ບັນດາ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຂອງ ບຸນ​ກາຣີ ​ແລະ ​ແຂວງ ​ເທື່ອ​ທຽນ​ເຫ້ວ… ທ່ານ​ນາຍົກລັດຖະມົນຕີ Plamen Vasilev Oresharski ​ເຊື່ອໝັ້ນ​ວ່າ: ບັນດາ​ທ້ອງ​ຖີ່​ນຂອງ ບຸນ​ກາຣີ ​ແລະ ​ເທື່ອ​ທຽນ​ເຫ້ວ ຈະ​ມີ​ສາຍ​ພົວພັນ​ຮ່ວມ​ມື​ໝັ້ນຄົງ, ຍາວ​ນານ​ໃນ​ທຸກ​ຂົງ​ເຂດ.

    ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ (​ແຕ່​ວັນ​ທີ 6 – 9/4/2014), ທ່ານ​ນາຍົກລັດຖະມົນຕີ ບຸນ​ກາຣີ ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຢູ່​​ແຕ່ລະ​ປະ​ເທດ, ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, 2 ຝ່າຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເພິ​ງພໍ​ໃຈ​ຮັບ​ຮູ້​ບັນດາ​ການ​ພັດທະນາ​ສຳຄັນ​​ໃນ​ການ​ພົວພັນ ຫວຽດນາມ - ບຸນ​ກາຣີ ​ແລະ​ ​ເຫັນ​ດີ​ເປັນ​​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ການ​ສຶກສາ - ບຳລຸງ​ສ້າງ.​.​​. ​ເພື່ອ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທຸດ ​ແລະ ຜັນ​ຂະຫຍາຍ​ການປະຕິບັດ “ຮູບ​ແບບ​ການ​ຮ່ວມ​ມື​ເສດຖະກິດ​​ໃໝ່”, ນຳ​ການ​ພົວພັນ 2 ປະ​ເທດ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ມີ​ປະສິດທິ​ຜົນ, ມຸ່ງ​ໄປ​ເຖິງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ອະນາຄົດ.

 

 

 




ຂ່າວ/ບົດ​ອື່ນ