ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີສະຫຼອງກອງທຶນປ່ຽນໃໝ່ເຕັກໂນໂລຢີແຫ່ງຊາດ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີສະຫຼອງກອງທຶນປ່ຽນໃໝ່ເຕັກໂນໂລຢີແຫ່ງຊາດ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີສະຫຼອງກອງທຶນປ່ຽນໃໝ່
ເຕັກໂນໂລຢີແຫ່ງຊາດ
(ພາບ: VGP/Nhật Bắc)

(vovworld) – ຕອນ​ບ່າຍ​ວັນ​ທີ 8/1, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢ​ີ ຈັດ​ຕັ້ງ​ພິ​ທີ​ເປີດ​ສະຫຼອງກອງ​ທຶນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊາດ. ເລື່ອງ​ສ້າງ​ຕັ້ງ​ກອງ​ທຶນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ແຫ່ງ​ຊ​າດ​ສະ​ແດງ​​ໃຫ້​ເຫັນຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ເຄື່ອນ​ໄຫວ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າ​ງ​ເປັນ​ພື້ນ​ຖານ, ສ້າງ​ກຳ​ລັງ​ໜ​ູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ທີ່ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ເພື່ອກໍ່​ສ້າງ ແລະ ສ້າງ​ຕັ້ງ​ກອງ​ທຶນ​ປ່ຽນ​ໃໝ່​ເຕັກ​ໂລ​ໂນ​ຢີ​ແຫ່ງ​ຊາດ ແນ​ໃສ່​ຍູ້​ແຮງ​ການ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ຂອງ​ປະ​ເທດ​ຊາດ​ຜ່ານ​ການ​ໜ​ູນ​ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ, ​ບຸກ​ຄົນ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ:

“ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ແມ່ນ​ມາດ​ຕະ​ການ​ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ປ່ຽນ​ໃໝ່ເຕັກ​ໂນ​ໂລ​ຢີ​ເພື່ອ​ມີ​ຜະ​ລິດ​ຕະ​ພັນ​ໃໝ່, ບໍ​ລິ​ການ​ໃໝ່​​ທີ່​ມີ​ສະ​ມັດ​ຕະ​ພາບ​ສູງ, ມີ​ປ​ະ​ສິດ​ທິ​ຜົນ​ສູງ​ເພື່ອ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ. ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ, ຂອງ​​ການບໍ​ລິ​ການ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງວິ​ສາ​ຫະ​ກິດກໍ່​ແມ່ນ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ, ຕອບ​ສະ​ໜອງ​ຄ​ຳ​ຮຽກ​ຮ້ອງກໍ່ສ້າງ​, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພວກ​ເຮົາ​ພວ​ມ​​ດຳ​ລົງ​ຊີ​ວິດໃນ​ໄລ​ຍ​ະ​ໂລ​ກາ​ພິ​ວັດ ແລະ ການແກ່ງ​ແຍ້ງ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ພັດ​ທະ​ນາ. ປະ​ເທດ​ໃດ​ນຳ​ໃຊ້​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​​ໃໝ່​ໄວ ແລະ ດີ​​ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​​ປະ​ສິດ​ທິ​ຜົນ​ຂອງຜະ​ລິດ​ຕະ​ພັນ​, ​ຂອງ​ການບໍ​ລິ​ການ ປະ​ເທດນັ້ນ​ຈະ​ພັດ​ທະ​ນາ​ໄວ ແລະ ໝັ້ນ​ຄົງ​ເຂັ້ມ​ແຂງ.”


ຂ່າວ/ບົດ​ອື່ນ