ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ
(ພາບປະກອບ)
(vovworld) – ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດຄວາມໝັ້ນຄົງ, ປອດໄພນິວເຄຼຍຄັ້ງທີ 3 ຢ່າງຈົບງາມ, ຕອນເຊົ້າວັນທີ 26/3, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ ໄດ້ເດີນທາງອອກຈາກ ໂຮນລັງ, ດຳເນີນການຢ້ຽມຢາມ ກູບາ ຢ່າງເປັນທາງການ. ຈຸດສຸມຂອງການຢ້ຽມຢາມແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ກັບ ກູບາ.