ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ |
(vovworld)- ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຫາກໍສົ່ງໂທລະເລກທາງການເຖິງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ກ່ຽວກັບການຮັບມື, ແກ້ໄຂຜົນຮ້າຍຈາກສະພາບຝົນຕົກໜັກ, ນ້ຳຖ້ວມຢູ່ພາກເໜືອ. ໃນໂທລະເລກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົ່າຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງຍດພີນ້ອງບັນດາຜູ້ຖືກເສຍຊີວິດ, ແບ່ງເບົ່າຄວາມສູນເສຍ, ຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ. ຕາມການພະຍາກອນແລ້ວ, ໃນຊຸມມື້ທີ່ຈະມາເຖິງ, ສະພາບຝົນຕົກ ແລະ ນ້ຳຖ້ວມຍັງຜັນແປສັບສົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີອຳນາດການປົກຄອງບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ຈົ່ງສຸມໃສ່ຊີ້ນຳການຮັບມື, ແກ້ໄຂຜົນຮ້າຍຈາກສະພາບຝົນຕົກໜັກ, ນ້ຳຖ້ວມ, ຊອກຫາຜູ້ຫາຍສາບສູນ, ປິນ່ປົວຜູ້ຮັບບາດເຈັບ ແລະ ຊ່ວຍບັນເທົາທຸກແກ່ບັນດາຄອບຄົວຖືກຂາດແຄນທັນຍາຫານ, ຖືກຕັດແຍກຍ້ອນນ້ຳຖ້ວມ, ບໍ່ປະໃຫ້ຜູ້ຖືກອິດຫິວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີໃຫ້ສືບຕໍ່ກວດກາບັນດາສະຖານທີ່ທີ່ອາດຈະເກີດມີດິນເຊາະເຈືອນ, ນ້ຳແກ່ງຖ້ວມ ເພື່ອເປັນເຈົ້າການຍົກຍ້າຍປະຊາຊົນໄປຍັງເຂດປອດໄພ, ພ້ອມກັນກໍເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາໃຫ້ປະຊາຊົນຮັບຊາບ ສະພາບຝົນຕົກ ແລະ ນ້ຳຖ້ວມທີ່ຜັນແປຢ່າງສັບສົນ.