ນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ,ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງປະຊາຊົນຢູ່ທ້ອງຖິ່ນຕ່າງໆ ໄດ້ປະຕິບັດວຽກງານແຍກຕົວໃນສັງຄົມ, ປະຕິບັດບັນດາການແນະນຳຂອງອົງການທີ່ມີໜ້າທີ່  ເປັນຢ່າງດີ.

ນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ,ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ກອງປະຊຸມຄະນະປະຈຳລັດຖະບານ

(ພາບປະກອບ: TTXVN)

ຕອນບ່າຍວັນທີ 06 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

        ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງປະຊາຊົນຢູ່ທ້ອງຖິ່ນຕ່າງໆ ໄດ້ປະຕິບັດວຽກງານແຍກຕົວໃນສັງຄົມ, ປະຕິບັດບັນດາການແນະນຳຂອງອົງການທີ່ມີໜ້າທີ່  ເປັນຢ່າງດີ. ເຖິງວ່າ ບັນດາກໍລະນີຕິດໂລກລະບາດໂຄວິດ-19 ໃນ 2 ວັນຜ່ານມາໄດ້ຫຼຸດລົງຫຼາຍກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີຖືວ່າ ບໍ່ຄວນປະໝາດ ແລະ ຄວນສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂທີ່ໄດ້ວາງອອກໃຫ້ເປັນຢ່າງດີ. ພ້ອມທັງ, ສືບຕໍ່ສ້າງບັນດາມາດຕະການວິທະຍາສາດ, ເພີ່ມທະວີການປິ່ນປົວ, ສ້າງແຜນການປິ່ນປົວດີທີ່ສຸດໃນການປິ່ນປົວພະຍາດ.

ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າ, ໃນໄລຍະຈະມາເຖິງທັງລະບົບການເມືອງ, ພິເສດແມ່ນບັນດາທ້ອງຖິ່ນ ແລະ ຂະແໜງສາທາລະນະສຸກຄວນກຳແໜ້ນສະພາບການ, ກະກຽມຮັບມືກັບບັນດາສະພາບການໂດຍໄວ, ເພີ່ມທະວີການວິໄຈ.

“ພວກເຮົາຕ້ອງກະກຽມໂຮງໝໍຊົວຄາວຖ້າເກີດສະພາບຮ້າຍແຮງໃຫ້ເປັນຢ່າງດີ. ກະຊວງສາທາລະນະສຸກບໍ່ພຽງແຕ່ແມ່ນອົງການປະຈຳການຄະນະຊີ້ນຳເທົ່ານັ້ນ, ຫາກຍັງລົງເລິກດ້ານວິຊາສະເພາະໂດຍກົງອີກດ້ວຍ. ບັນດາທ້ອງຖິ່ນປະຕິບັດຖືກຕ້ອງຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ປະຕິບັດການແຍກຕົວໃນສັງຄົມຢ່າງເຂັ້ມງວດ, ບໍ່ປະໃຫ້ໂລກລະບາດແຜ່ລະບາດອອກສູ່ວົງຄະນະຍາດ. ຖ້າຫາກສະກັດກັ້ນການແຜ່ລະບາດໄດ້ຈະບໍ່ມີຈຸດຍອດສູງຂອງໂລກລະບາດ, ບໍ່ກໍ່ຄວາມເສຍຫາຍກ່ຽວກັບຊີວິດມະນຸດ ແລະ ສຸຂະພາບໃຫ້ແກ່ປະຊາຊົນ”.

        ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ-19 ເຮັດໃຫ້ຫຼາຍເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພີ່ນປະສົບກັບຄວາມຫຍຸ້ງຍາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ລັດຖະບານໄດ້ປຶກສາຫາລືກ່ຽວກັບຮ່າງມະຕິຂອງລັດຖະບານກ່ຽວກັບບ້ວງເງິນໜູນຊ່ວຍສັງຄົມ ແລະ ໄດ້ເປັນເອກະພາບບັນດາເນື້ອໃນສຳຄັນຄື: ຫຼັກການໜູນຊ່ວຍ, ເປົ້າໝາຍໜູນຊ່ວຍ, ເວລາ, ລະດັບໜູນຊ່ວຍ… ລັດຖະບານກໍ່ໄດ້ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ປະກອບຄຳເຫັນສຳລັບບາງເນື້ອໃນຂຶ້ນກັບສິດຂອງສະພາແຫ່ງຊາດ ກ່ອນທີ່ປະກາດໃຊ້ບ້ວງເງິນໜູນຊ່ວຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ