ນາຍົກລັດຖະມົນຕີເຢຍລະມັນຢ້ຽມຢາມອາເມລິກາແລະການາດາ

ນາຍົກລັດຖະມົນຕີເຢຍລະມັນຢ້ຽມຢາມອາເມລິກາແລະການາດາ - ảnh 1
ທ່ານ​ນາງ Angela Merkel
ພາບ:tamnhin.net

(vovworld)-​ ທ່ານ​ນາງ Angela Merkel, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢ​ຍ​ລະ​ມັນ ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ແລະ ກາ​ນາ​ດາ ແຕ່​ວັນ​ທີ 8-10/2 ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸ​ມ​ສຸດຍອດ​ບັນ​ດາ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ G7 ​ຈະດຳ​ເນີນ​ໄປ​ຢູ່ ເຢຍ​ລະ​ມັນ​ໃນ​ເດືອນ 6 ຈະ​ມາ​ເຖິງ ກໍ​ຄື ປຶກ​ສາ​ຫາ​ລ​ື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສະ​ຖາ​ນະ​ການ​ໃນ​ໂລກ. ຈຸດ​ສຸມ​ຂອງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ແມ່ນ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ. ຄຽງ​ຂ້າງນັ້ນ ແມ່ນ​ບັນ​ດາ​ຫົວ​ເລື່ອງ​ຂອງກອງ​ປະ​ຊຸມ G7 ຈະ​ມາ​ເຖິງ, ບັນ​ດາ​ການ​ນຳ ເຢຍ​ລະ​ມັນ, ອາ​ເມ​ລິ​ກາ ແລະ ກາ​ນາ​ດາ ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ​ຂອງ​ໂລກ​ຄື: ວ​ິ​ກິດ​ການ​ຢູ່ ຢູ​ແກຼນ, ນະ​ໂຍ​ບາຍ​ສຳ​ລັ​ບ ລັດ​ເຊຍ, ການ​ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ, ບັນ​ຫາ​ອາບ​ກາ​ນິ​ສະ​ຖານ ແລະ ອີ​ຣານ.

ຂ່າວ/ບົດ​ອື່ນ