ນາຍົກລັດຖະມົນຕີໄທຢືນຢັນການເລືອກຕັ້ງທົ່ວປະເທດຕ້ອງປະຕິບັດຕາມຂັ້ນຕອນ

(VOVWORLD) - ວັນທີ 27 ກຸມພາ, ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຈາ ຢືນຢັນວ່າ, ວິວັດທະນາການເລືອກຕັ້ງທົ່ວປະເທດນີ້ຕ້ອງອີງໃສ່ລັດຖະທຳມະນູນ ແລະ ບັນດາລັດຖະດຳລັດຂອງສະພາສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍແຫ່ງຊາດ (NCPO).

ນາຍົກລັດຖະມົນຕີໄທຢືນຢັນການເລືອກຕັ້ງທົ່ວປະເທດຕ້ອງປະຕິບັດຕາມຂັ້ນຕອນ - ảnh 1

ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຈາ 

(ພາບ: AFP/TTXVN)

ທ່ານ ປຣະຢຸດ ໃຫ້ຮູ້ວ່າ, ບັນດາພັກໃໝ່ອາດສາມາດເລີ່ມຈົດທະບຽນເຂົ້າຮ່ວມການເລືອກຕັ້ງໃນວັນທີ 01 ມີນາ. ຫຼັງຈາກນັ້ນ, ບັນດາພັກໃໝ່ ຈຶ່ງຈັດກອງປະຊຸມ, ແຕ່ພຽງໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນທີ່ໄດ້ວາງອອກຖືກຕາມກົດລະບຽບຂອງພັກ. ນອກນັ້ນ, ບໍ່ວ່າການເຄື່ອນໄຫວໃດກໍ່ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກ NCPO. ໃນຂະນະນັ້ນ, ບັນດາພັກ ພວມເຄື່ອນໄຫວຈະບໍ່ໄດ້ຮັບອະນຸຍາດຈັດກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ