ນາຍົກລັດຖະມົນຕີ ຈີນ ຄົນໃໝ່ ປະກາດບັນດາບຸລິມະສິດຂອງລັດຖະບານ

ນາຍົກລັດຖະມົນຕີ ຈີນ ຄົນໃໝ່ ປະກາດບັນດາບຸລິມະສິດຂອງລັດຖະບານ - ảnh 1
ທ່ານ ນາຍົກລັດຖະມົນຕີ ຄົນໃໝ່ ຫຼີ​ເຄີ​ຊຽງ
(ພາບ: news.cn)

(vovworld) - ທີ່​ການ​ປະຊຸມ​ຂ່າວ​​ຄັ້ງທຳ​ອິດ​ພາຍຫຼັງ​ສິ້ນ​ສຸດກອງ​ປະຊຸມ​ຄັ້ງປະຖົມມະເລີກ ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ​ຈີນ ຊຸດ​ທີ 12, ວັນ​ທີ 17/3, ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ ຫຼີ​ເຄີ​ຊຽງ ​ໄດ້​ປະກາດ 3 ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ລັດຖະບານ​ນັ້ນ​ແມ່ນ ຮັກສາ​ລະດັບ​ເຕີບ​ໂຕ​ເສດຖະກິດ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ ປະຊາຊົນ ​ແລະ ຮັບ​ປະກັນ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ. ທ່ານ ຫຼີ​ເຄີ​ຊຽງ ​ເນັ້ນ​ໜັກ​ວ່າ: ຢູ່​ປະ​ເທດ​ກ້ວາງ​ໃຫຍ່​ຄື​ປະ​ເທດ​ຈີນ, ລັດຖະບານ​ມີ​ຫຼາຍ​ໜ້າ​ທີ່​ຕ້ອງ​ປະຕິບັດ, ​ໃນ​ນັ້ນ, ສຳຄັນ​ທີ່​ສຸດ​ແມ່ນ​ຮັບປະກັນ​ລະດັບເຕີບ​ໂຕ​ດ້ານ​​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ. ​ເພື່ອ​ປະຕິບັດ​ໜ້າ​ທີ່​ນີ້​ໃຫ້​ໄດ້, ​ທ່ານ ຫຼີ​ເຄີ​ຊຽງ ​ເນັ້ນ​ໜັກ​ວ່າ: ຈີນ ຕ້ອງ​ສ້າງ​ລັດຖະບານ ປ່ຽນ​ໃໝ່, ປອດ​ໄສ ​ແລະ ປະຕິບັດ​ຕາມກົດໝາຍ ​ແລະ ກໍ່​ໃນ​ການ​ປະຊຸມ​ຂ່າວ, ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ ຈີນ ຖະ​ແຫຼ​ງວ່າ: ຈີນ ຕັດສິນ​ໃຈ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ ຫຼີ​ເຄີ​ຊຽງ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຍາດ​ໄດ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ປະຊາຊົນ​ດ້ວຍ​ການ​ປະຕິບັດ​ການປະຢັດ​ໃນ​ການ​ໃຊ້​ຈ່າຍງົບປະມານລັດຖະບານ.

        ກ່ຽວ​ກັບ​ການ​ຕ່າງປະ​ເທດ, ທ່ານ ຫຼີ​ເຄີ​ຊຽງ ຖື​ວ່າ: ຈີນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ເຂດ ອາຊີ - ປາຊີ​ຟິກ ກໍ່ຄື​ຢູ່​ໃນ​ໂລກ, ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ ​ແລະ ລັດ​ເຊ​ຍ. ຈີນ ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ບັນດາ​ປະ​ເທດບ້ານ​ໄກ້​ຄຽງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕາມ​ຈິດ​ໃຈ​ທັງ 2 ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພ້ອມ​ກັນນຳ​ການ​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ການຮ່ວມ​ມື ​ແລະ ພັດທະນາສັນຕິພາບ.

ຂ່າວ/ບົດ​ອື່ນ