ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ ຄຳໝັ້ນ ສູນວິເລີດ

(VOVWORLD) -ວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບທ່ານ ລັດຖະມົນຕີກະຊວງພາຍໃນລາວ ຄຳໝັ້ນ ສູນວິເລີດທີ່ພວມຢ້ຽມຢາມຫວຽດນາມ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພາຍໃນລາວ ຄຳໝັ້ນ ສູນວິເລີດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຕ້ອນຮັບ

ລັດຖະມົນຕີກະຊວງພາຍໃນລາວ ຄຳໝັ້ນ ສູນວິເລີດ 

ທີ່ການຕ້ອນຮັບ,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ ໄດ້ຕີລາຄາສູງເລື່ອງ 2 ກະຊວງພາຍຫວຽດນາມ ແລະ ລາວໄດ້ມີການຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພຸນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ 2 ຝ່າຍຄວນຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ແລະ ຄົ້ນຄ້ວາບັນດາບົດຮຽນທີ່ກ້າວໜ້າໃນໂລກ. ທ່ານຫວັງວ່າ 2 ກະຊວງພາຍໃນຫວຽດນາມ ແລະ ລາວສືບຕໍ່ຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ.

   ສ່ວນທ່ານ ລັດຖະມົນຕີກະຊວງພາຍໃນລາວ ຄຳໝັ້ນ ສູນວິເລີດ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ແມ່ນເພື່ອເພີ່ມທະວີການຮ່ວມມືກັບກະຊວງພາຍໃນຫວຽດນາມ ແລະ ຫວັງວ່າ ຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ, ກະຊວງພາຍໃນຫວຽດນາມໃນຂົງເຂດການຈັດຕັ້ງກົງຈັກລັດ, ພື້ນຖານການບໍລິຫານຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ