ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳລາວ


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຍຸດຕິທຳລາວ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ​ລາວ ໄຊ​ສີ ສັນ​ຕິ​ວົງ ຊຶ່ງ​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ

(vovworld)- ຕອນ​ບ່າ​ຍ​ວັນ​ທີ 1/6, ທີ່​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ​ລາວ ໄຊ​ສີ ສັນ​ຕິ​ວົງ ຊຶ່ງ​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ເຖິງ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອ​ບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ຫວຽດ​ນາມ-ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກເຊື່ອ​ໝັ້ນ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ສັນ​ຍາ 2 ຝ່າຍ​ລະ​ຫວ່າງ 2 ລັດ​ຖະ​ບານ​ໄລ​ຍະ 2016-2020 ແລະ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ປີ 2016. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຍັງ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ຂອງ​ການ​ພົວ​ພັນ 2 ຝ່າຍ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ, ຕຸ​ລາ​ການ ແລະ ບໍ​ລິ​ຫານ ແລະ ບັນ​ດາ​ກະ​ຊວງ​ຂອງ 2 ປະ​ເທດ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ກະ​ຊວງ​ຍຸດ​ຕິ​ທຳ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

     ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸດ​ຕິ​ທຳ​ລາວ ໄຊ​ສີ ສັນ​ຕິ​ວົງ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຄັ້ງ​ນີ້ ໄດ້​ເປັນ​ການ​ຮັດ​ແໜ້ນ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອ​ບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ດີ​ຍິ່ງໆ​ຂຶ້ນ ແລະ ເຊື່ອ​ໝັ້ນ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, 2 ກະ​ຊວງ​ຍຸດ​ຕິ​ທຳຂອງ 2 ປະ​ເທດ​ຈະ​ສືບ​ຕໍ່​ຮ່ວມ​ມື, ຊ່ວຍ​ເຫຼືອ​ກັນ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ, ເພື່ອ​ບັນ​ລຸ​ເປົ້າ​ໝາຍສັງ​ຄົມ​ພັດ​ທະ​ນາ​ຢ່າງ​ຍຸດ​ຕິ​ທຳ, ສິ​ວິ​ໄລ
ຂ່າວ/ບົດ​ອື່ນ