ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງສ້າງເສດຖະກິດ ຍີ່ປຸ່ນຄືນໃໝ່

(VOVWORLD) - ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານລັດຖະມົນຕີ Motegi ມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ...
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງສ້າງເສດຖະກິດ ຍີ່ປຸ່ນຄືນໃໝ່ - ảnh 1 ທ່ານ Toshimitsu Motegi ແລະ ທ່ານ ຫງວຽນຊວນຟຸກ

ຕອນບ່າຍວັນທີ 26 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Toshimitsu Motegi, ລັດຖະມົນຕີກະຊວງສ້າງເສດຖະກິດ ຍີ່ປຸ່ນ ຄືນໃໝ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານລັດຖະມົນຕີ Motegi ມີຄວາມໝາຍສຳຄັນ, ປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ແລະ ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນການຄ້າພາກພື້ນ ອາຊີ - ປາຊີຟິກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນການເຮັດວຽກລະຫວ່າງທ່ານລັດຖະມົນຕີ Toshimitsu Motegi ແລະ ທ່ານລັດຖະມົນຕີອຸດສາຫະກຳ ການຄ້າ ເຈີ່ນແອງຕ໋ວນ ໃນຊຸມວັນຜ່ານມາ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ຫວຽດນາມ ແລະ ຍີ່ປຸ່ນ ຄວນແມ່ນບັນດາປະເທດນຳໜ້າໃນການຊຸກຍູ້, ມຸ່ງໄປເຖິງການລົງນາມ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າ (CTPPP) ຍ້ອນວ່າ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນ 2 ປະເທດ ມີການພົວພັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງ ບັນດາປະເທດເຂົ້າຮ່ວມການລົງນາມ CTPPP, ປະກອບສ່ວນເຂົ້າໃນການພັດທະນາຢ່າງແຮງຂອງການຄ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ