ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງທະນາຄານ Agribank

(VOVWORLD) - ສະເໜີໃຫ້ທະນາຄານ Agribank ໃນໄລຍະຈະມາເຖິງ, ທາງທະນາຄານຕ້ອງປະຕິບັດໜ້າທີ່ການເມືອງ ຊຶ່ງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີກວ່າອີກ  ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຊາວກະສິກຳ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງທະນາຄານ Agribank  - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກປະດັບຫຼຽນໄຊແຮງງານ ຊັ້ນໜຶ່ງ ໃຫ້ແກ່ Agribank

ຕອນເຊົ້າວັນທີ 26 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງທະນາຄານກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ (Agribank).

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ທະນາຄານ Agribank ໃນໄລຍະຈະມາເຖິງ, ທາງທະນາຄານຕ້ອງປະຕິບັດໜ້າທີ່ການເມືອງ ຊຶ່ງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີກວ່າອີກ  ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຊາວກະສິກຳ. ທະນາຄານກໍຕ້ອງຍູ້ແຮງການໃຫ້ກູ້ຢືມເງິນແກ່ບັນດາສະຫະກອນ, ວິສາຫະກິດຂະໜາດນ້ອຍ, ຮ້ານສັບພະສິນຄ້າຂະໜາດນ້ອຍ ປະກອບສ່ວນເຂົ້າໃນວິວັດການສ້າງຊົນນະບົດໃໝ່ຢູ່ຫວຽດນາມ. ພິເສດ, ທະນາຄານຄວນຮັບປະກັນການສະໜອງແຫຼ່ງທຶນເຂົ້າໃນບັນດາຂົງເຂດບຸລິມະສິດ, ກະສິກຳເຕັກໂນໂລຢີສູງ, ການສົ່ງອອກ, ບົນຈິດໃຈ ຕ້ອງຫັນລະບຽບການບໍລິຫານເປັນງ່າຍດາຍ, ຍົກສູງຄຸນນະພາບສິນເຊື່ອ ແລະ ຫຼຸດຜ່ອນໜີ້ເສຍ.

        ຕາງໜ້າການນຳພັກ, ລັດ ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊແຮງງານ ຊັ້ນໜຶ່ງ ແລະ ທຸງແຂ່ງຂັນຂອງລັດຖະບານທີ່ມອບໃຫ້ໝູ່ຄະນະພະນັກງານ, ພາລະກອນທະນາຄານ Agribank.


ຕອບກັບ

ຂ່າວ/ບົດ​ອື່ນ