ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີ້ນ​ຢຸງ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຫາຍ​ຟ່ອງ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີ້ນ​ຢຸງ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຫາຍ​ຟ່ອງ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີ້ນ​ຢຸງ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ ອານ​ລ້າວ, ຫາຍ​ຟ່ອງ

(vovworld)- ຕອນ​ບ່າຍ​ວັນ​ທີ 13/12 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ພ້ອມ​ດ້ວຍ​ຄະ​ນະ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ຫາຍ​ຟ່ອງ ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ ອານ​ລ້າວ. ເມື່ອ​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ຖາມ​ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳ​ຄືນ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຊີ້​ແຈ້ງວ່າ : ການ​ສ້າງ​ໂຄງ​ປະ​ກອບ​ກະ​ສີ​ກຳ​ຄືນ​ໃໝ່ ແມ່ນ​ເພື່​ອ​ແນ​ໃສ່​ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ສູ​ການ​ຜະ​ລິດ, ທັງຫຼຸດ​ຜ່ອນ​ຄ່າ​ໃຊ້​ຈາຍ, ທັງເປັນ​ການ​​ສົ່ງ​ເສີມນຳ​ວິ​ສາ​ຫະ​ກິດ​ເຂົ້າ​ເຂດ​ຊົນ​ນະ​ບົດ. ພ້ອມ​ກັນ​ນັ້ນ ລັດ​ຖະ​ບານ​ພະ​ຍາ​ຍາມ​ເຈ​ລະ​ຈາ​ເພື່ອ​ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໂດຍ​ໄວ ເພື່ອ​ສ້າງ​ໃຫ້​ມີບ​ັນ​ດາ​ຕະຫຼາດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ.

ຂ່າວ/ບົດ​ອື່ນ