(vovworld) –ຕອນບ່າຍວັນທີ 29/7, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ລາຍເຈົາ ກ່ຽວກັບສະພາບການເສດຖະກິດ - ສັງຄົມ. ກ່າວຄຳເຫັນທີ່ການເຮັດວຽກ, , ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຖືວ່າ: ກ່ອນອື່ນໝົດ, ການນຳແຂວງລາຍເຈົາ ຄວນຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນ ທ່າແຮງກ່ຽວກັບການພັດທະນາກະສິກຳ, ປ່າໄມ້.... ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ແຂວງ ລາຍເຈົາ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນພັດທະນາໄຟຟ້ານ້ຳຕົກ - ຂະແໜງເສດຖະກິດທີ່ເປັນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດຂອງ ລາຍເຈົາ ເວົ້າສະເພາະ ແລະ ຂອງທົ່ວເຂດເວົ້າລວມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍ່ຕັກເຕືອນແຂວງ ລາຍເຈົາ ເອົາໃຈໃສ່ລົງທຶນພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ໄຟຟ້າ... ເພື່ອສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖີ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ແຂວງ ລາຍເຈົາ ສຸມແຫຼ່ງກຳລັງປະຕິບັດບັນດາມາດຕະການຫລຸດຜ່ອນຄວາມທຸກຍາກຢ່າງຄົບຊຸດ, ມີປະສິດທິຜົນຕາມທິດວ່ອງໄວ ແລະ ໝັ້ນຄົງກໍ່ຄືປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມຄືສອນວິຊາຊີບ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖີ່ນເປັນຢ່າງດີ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ: ຍາມໃດລັດຖະບານກໍ່ເອົາໃຈໃສ່ ແລະ ໜູນຊ່ວຍ ລາຍເຈົາ ບື່ນຕົວຂຶ້ນ, ຮັດແຄບຊ່ອງຫວ່າງພັດທະນາກັບບັນດາທ້ອງຖີ່ນໃນທົ່ວປະເທດເທື່ອລະກ້າວ.