ນາຍົກລັດຖະມົນຕີ ອະນຸມັດຜ່ານແຜນຮ່າງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ນາຍົກລັດຖະມົນຕີ ອະນຸມັດຜ່ານແຜນຮ່າງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ພາບປະກອບ

(vovworld) - ນາຍົກລັດຖະມົນຕີ ຫາ​ກໍ່​ອະນຸມັດ​ຜ່ານ​ແຜນ​ຮ່າງ​ຊອກ​ຫາ, ທ້ອນ​ໂຮມ​ອັດຖິນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ແຕ່​ນີ້​ຮອດ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ ດ້ວຍ​ຈຸດໝາຍ​ຮອດ​ປີ 2015 ຈະ​ຊອກ​ຫາ, ​ທ້ອນ​ໂຮມ​ອັດຖິນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ປະມານ 10.000 ຊຸດ, ຮອ​ດປີ 2020, ຊອກ​ຫາ, ​ທ້ອນ​ໂຮມ​ 60% ຈຳນວນອັດຖິນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ຍັງ​ເຫຼືອທີ່​ມີ​ຂໍ້​ມູນ​, ​ແຕ່​ປີ 2012 ​ເປັນ​ຕົ້ນ​ໄປ, ສືບ​ຕໍ່​ຊອກ​ຫາ, ​ທ້ອນ​ໂຮມອັດຖິ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ທີ່​ຍັງ​​ເຫຼືອ. ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ທີ່​ແຜນ​ຮ່າງ​ໄດ້​ວາງ​ອອກ, ຄວນ​ຍູ້​ແຮງ​ວຽກ​ງານ​ໂຄ​ສະນາ​ເຜີຍ​ແຜ່, ຍົກ​ສູງ​ປະສິດທິ​ຜົນ​ການສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ​ຫຼຸມຝັງ​ສົບນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຊອກ​ຫາ, ​ທ້ອນໂຮມ​ອັດຖິນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ. ລະອຽດ​ຄື, ສ້າງ​ແຜນ​ການ​ໂຄສະນາ​ເຜີຍ​​ແຜ່, ຊີ້​ນຳ​ບັນດາ​ອົງການສື່​ມວນ​ຊົນ​ໂຄສະນາ​​​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ​ອັດຖິນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ.

 

ຂ່າວ/ບົດ​ອື່ນ