ນາຍົກລັດຖະມົນຕີ ໄທ ຈະໄປຢ້ຽມຢາມ ຍີ່ປູ່ນ

ນາຍົກລັດຖະມົນຕີ ໄທ ຈະໄປຢ້ຽມຢາມ ຍີ່ປູ່ນ - ảnh 1
ທ່ານນາງນາຍົກລັດຖະມົນຕີໄທ
(ພາບ: ອີນເຕີນເນັດ)

(vovworld) - ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິງ​ຣັກ ສິນ​ນະ​ວັດ ຈະ​ໄປຢ້ຽມຢາມ ຍີ່​ປູ່​ນ ​ແຕ່​ວັນ​ທີ 6 - 9/3 ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ໄທ ​ແລະ ຍີ່​ປູ່​ນ ​ໃນ​ທຸກ​ດ້ານ, ສົ່ງ​ເສີມ​ການ​ຮ່ວມ​ມື​ພັດທະນາ​ ​ເຊື່ອມ​ຕໍ່​ໃນ​ກຸ່ມ ອາ​ຊຽນ ​ແລະ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ທ່ານນາງ​ນາຍົກລັດຖະມົນຕີ ຍິງ​ຣັກ ຈະ​ເຕື້​ອງ​ເຖິງການ​ຫັນເປັນລະອຽດການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ ​​ໃນ​ບັນດາ​ຂົງ​ເຂດ ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ສັງຄົມ​ໃນ​ຂອບ​ເຂດ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ຄາດ​ວ່າ, ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຍີ່​ປູ່​ນ, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ​ຈະ​ເຂົ້າ​ຢ້ຽມ​ຂ່ຳນັບ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີ​ວິດ ຍີ່​ປູ່​ນ, ​ເຈລະຈາ​ກັບ​ນາຍົກລັດຖະມົນຕີ ຍີ່​ປູ່​ນ, ກ່າວ​ປາ​ໄສ​ທີ່​ພິທີ​ໄຂ​ການ​ສຳ​ມະ​ນາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ 2 ປະ​ເທດ, ພົບ​ປະ​ກັບ​ວິ​ສາ​ຫະກິດ ຍີ່​ປູ່​ນ.

ຂ່າວ/ບົດ​ອື່ນ