ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີປ້ອງກັນປະເທດໄທ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີປ້ອງກັນປະເທດໄທ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dungຕ້ອນຮັບ​ທ່ານ
ພົນ​ເອກ ສຸ​ກຳ​ພົນ ສຸວັນນະ​ທັດ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໄທ
(ພາບ: VGP)

(vovworld) -     ຕອນ​ເຊົ້າ​ວັນ​ທີ 26/9, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານພົນ​ເອກ ສຸ​ກຳ​ພົນ ສຸວັນນະ​ທັດ, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໄທ ທີ່​ພວມ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ໄທ ສືບ​ຕໍ່​ພັດທະນາ, ຍົກ​ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ສະ​ເໜີ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ສອງ​ປະ​ເທດ​ຈົ່ງຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ້ອງ​ກັນປະ​ເທດ ​ເຊິ່ງສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນການ​ຮ່ວມ​ມື​ລາດ​ຕະ​ເວນ​ຮ່ວມ​ບົ່ນ​ທະ​ເລ. ທ່ານພົນ​ເອກ ສຸ​ກຳ​ພົນ ສຸວັນນະ​ທັດ ກໍ​ຢືນຢັນ​ວ່າ ກະຊວງ​ປ້ອງ​ກັນປະ​ເທດ​ໄທ ຈະ​ສົມທົບ​ກັບ​ກະຊວງ​ປ້ອງ​ກັນຊາ​ດຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ​ເຊິ່ງສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຢ່າງ​ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ, ຕັ້ງໜ້າປະ​ກອບ​ສ່ວນຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລວມລະຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ.

        ​ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ພິທີ່​ຕ້ອນຮັບທ່ານພົນ​ເອກ ສຸ​ກຳ​ພົນ ສຸວັນນະ​ທັດ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ແຫ່ງລາຊະ​ອານາຈັກ​ໄທ ທີ່​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານພົນ​ເອກ​ Phung Quang Thanh, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຫວຽດນາມ, ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ. ພາຍຫຼັງ​ພິທີ​ຕ້ອນຮັບ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍທ່ານ​ພົນ​ເອກ Phung Quang Thanh ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຈລະຈາ​ກັບຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ລາຊະ​ອານາຈັກ​ໄທ ​ໂດຍ​ທ່ານພົນ​ເອກ ສຸ​ກຳ​ພົນ ສຸວັນນະ​ທັດ ​ເປັນ​ຫົວ​ນ້າ​ຄະນະ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ; ຕີ​ລາຄາ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ພາຍ​ຫຼັງ​ການ​ເຈລະຈາ, ລັດຖະມົນຕີ​ສອງ​ທ່ານ ​ໄດ້​ລົງ​ນາມ​ກ່ຽວ​ກັບ​ສັນຍາ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.ສ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງລາຊະ​ອານາຈັກ​ໄທ. ຂໍ້​ຕົກລົງຮ່ວມ​ມື​ນີ້​ແມ່ນ​ພື້ນຖານ​ນິຕິ​ກຳ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດສອງ​ຝ່າຍ​ໃນ​ບາງ​ຂົງ​ເຂດ​​ໃຫ້​ດີກວ່າ​ອີກ​ຄື; ການ​ເຈ​ລະ​ຈາ​ປ້ອງ​ກັນຊາ​ດ, ບຳລຸງ​ສ້າງ, ລາດ​ຕະເວນ​ຮ່ວມ​ບົ່ນທະ​ເລ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະຫງົບ​ທີ່​ບໍ່​ເຄີຍ​ມີ​ມາ, ພັດທະນາ​ແຫຼ່ງກຳລັງ… ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າ​ໃຈ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ຢ່າງ​ວັດ​ທະນາ​ຖາວອນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ