ນາເກືອຫວຽດນາມຖືກຈັດໃນຈຳນວນສະຖານທີ່ຊົມສາຍັນສວຍງາມທີ່ສຸດ

ນາເກືອຫວຽດນາມຖືກຈັດໃນຈຳນວນສະຖານທີ່ຊົມສາຍັນສວຍງາມທີ່ສຸດ - ảnh 1
(ນາເກືອ​ຫວຽດ​ນາມ​ຖືກ​ຈັດ​ໃນ​ຈ​ຳ​ນວນ
ສະ​ຖານ​ທີ່​​ຊົມ​ສາ​​ຍັນສວຍງ​າມ​​​ທີ່​ສຸດ​)

(vovworld) - ໜັງ​ສື​ພິມ Dailymail ຂອງ​ອັງ​ກິດ ຫາ​ກໍ​ຄັດ​ເລືອກ​​ເອົາ​ນາ​ເກືອ​ຢູ່​ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 15 ສະ​ຖານ​ທີ່ແຫ່ງ ​ທີ່​​ຊົມ​ທັດ​ສະ​ນີ​ຍະ​ພາບຍາມ​ສາ​ຍັນ​ດີ​ງາມ​ທີ່​ສຸດ. ​ໂດຍຖືກ​ຈັດ​ອັນ​ດັບ​ທີ 13 ໃນຈຳ​ນວນ 15 ສະ​ຖານ​ທີ່ຊົມຍາມ​ສາ​ຍັນ​ງາມ​ທີ່​ສຸດ​ໃນ​ໂລກ, ໜັງ​ສືພິມ Dailymail ​ໄດ້ໃຫ້​ຂໍ້​ສະ​ສັງ​ເກດ​ວ່າ: ​ນາເກື​ອ​ຢູ່​ຫວຽດ​ນາມ ຫວຽດ​ນາມໃນ​ຍາມ​​ເວັນ, ປະ​ຊາ​ຊົນ​​ຄ້າງ​ຄາ​ກັບ​ວຽກ​ງານເກັບ​ກ້ຽວ​ເກືອ, ດ້ວຍ​ປະ​ລິ​ມານ​ຂຶ້ນ​ເຖິງ 700.000 ໂຕ​ນ/ປີ. ​ຮອດ​ຍາມຕາ​ເວັນ​ຕົກ, ເຂົາ​ເຈົ້າ​ກໍ່​ກັບ​ເມືອ, ບັນ​ດາ​​ນາ​ເກືອ​​​ກໍ່​ມີ​ຄວາມ​ມິດ​ງຽບ​ຜິດ​ປົກ​ກະ​ຕິ, ​ດ້ວຍ​ສີ​ສັນ​ພິ​ເສດ​ພ້ອມ​ກັບ​ແສງ​ສາ​ຍັນ​ສະ​ທ້ອນ​ລົງ​ນາ​ເກືອ. ​ໃນ​ຈຳ​ນວນສະ​ຖານ​ທີ່​ຢ້ຽມ​ຊົມ​ຍາມ​ສາ​ຍັນ​ງາມ​ທີ່​ສຸດ​ຂອງ​ໂລກນັ້ນ​ມີ: ​ວິ​ຫານ Taj Mahal ຢູ່​ອີນ​ເດຍ; ​ວິ​ຫານ Angkor Wat ຢູ່​ກຳ​ປູ​ເຈຍ; ທະ​ເລ​ຊາຍ Atacama ຢູ່ ຈີ​ເລ…

ຂ່າວ/ບົດ​ອື່ນ