ນຳກະສິກຳຫວຽດນາມກາຍເປັນແບບຢ່າງ

ນຳກະສິກຳຫວຽດນາມກາຍເປັນແບບຢ່າງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ປະ​ດັບຫຼຽນ​ໃຫ້​ສະ​ຖາ​ບັນ
(ພາບ: VGP)

(vovworld) –  ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ ສະ​ຖາ​ບັນ​ກະ​ສິ​ກຳ ຫວຽດ​ນາມ (1956 – 2016) ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທ​ີ 10/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ​່​ສຸດ​ໃນ​ປະ​ຈຸ​ບັນ​ສຳ​ລັບ​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຫລຸດ​ຜ່ອນ​ລະ​ດັບ​ເຕີບ​ໂຕ​ມູນ​ຄ່າ​ການ​ຜະ​ລິດ, ຄວາມ​ຜິດ​ດ່ຽງລາຍ​ຮ​ັບ​​ຈາກ​ຂົງ​ເຂດກະ​ສິ​ກຳ ແລະ ນອກ​ກະ​ສິ​ກຳ, ຮຽກ​ຮ້ອງ​ໃຫ​້​ພື້ນ​ຖານ​ກະ​ສິ​ກຳ​ຕ້ອງ​ມີ​ການ​ປ່ຽນ​ໃໝ່. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ຕ້ອງ​ນຳ​ກະ​ສິ​ກຳ ຫວຽດ​ນາມ ກາຍ​ເປັນ​ແບບຢ່າງ​ການ​ພັດ​ທະ​ນາ:

        “ສະ​ຖາ​ບັນ​ເປັນ​ທີ່​ປຶກ​ສາ​ບຸ​ລິ​ມະ​ສິດ​ຍຸດ​ທະ​ສາດ ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ຊົນ​ນະ​ບົດ, ບັນ​ດາ​ລະ​ບົບ​​ພະ​ຍາ​ກອນ​ອາ​ກາດ​ກ່ອນ, ບັນ​ດາ​ການ​ຄົ້ນ​ຄ້​ວາ​ກະ​ສິ​ກຳ​ພື້ນ​ຖານ… ສະ​ເໜີ​ແນວ​ຄວາມ​ຄິດ​ລະ​ອຽດ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ຫັນ​ການ​​ເຕົ້າ​ໂຮມ​ທີ່​ດິນ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ, ຊ່ວຍ​ເພີ່ມ​ທະ​ວີ​ລະ​ບົບ​ການ​ຜະ​ລິດ, ຍົກ​ສູງ​ຄຸນ​ນະ​ພາບ​​ຜະ​ລິດ​ຕະ​ພັນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ເພີ່ມ​ລາ​ຍ​ຮັບ. ເຕົ້າ​ໂຮມ​ທີ່​ດິນກໍ່​ສ້າງ​ເງື່ອນ​ໄຂ​ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ກົນ​ຈັກ​ໃນ​ສະ​ພາ​ບ​ການ​ຄ່າ​ແຮງ​ງານ​ເພີ່ມ​ຂຶ້ນ ແລະ ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ກະ​ສິ​ກອນ.”

                                                                 

            

ຂ່າວ/ບົດ​ອື່ນ