ນຳການພົວພັນຫວຽດນາມ-ອັງຊັງຕີງຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ
ງານວາງສະແດງໃນຂອບເຂດສັບປະດາອັງຊັງຕີງຢູ່ ຫວຽດນາມ
(ພາບ: Thanh Tùng/TTXVN)
(vovworld) – ໃນລະຫວ່າງວັນທີ 23 – 26/3, ໂດຍໄດ້ຮັບຄຳເຊີນຈາກກະຊວງການຕ່າງປະເທດ ສສ ຫວຽດນາມ, ຄະນະຜູ້ແທນກະຊວງການຕ່າງປະເທດ ສ. ອັງຊັງຕີງ ໂດຍທ່ານຮອງລັດຖະມົນຕີ Eduardo Zuain, ນຳໜ້າໄດ້ມາຢ້ຽມຢາມ ຫວຽດນາມ. ວັນທີ 24/3, ທ່ານຮອງລັດຖະມົນຕີ Eduardo Zuain ພ້ອມກັບທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຮ່ຊວນເຊີນ ໄດ້ເປັນປະທານວາລະປຶກສາຫາລືທາບທາມການເມືອງຄັ້ງທີ 6 ລະຫວ່າງກະຊວງການຕ່າງປະເທດ 2 ປະເທດ. ນະທີ່ນີ້, ທ່ານຮອງລັດຖະມົນຕີ ໂຮ່ຊວນເຊີນ ຢືນຢັນວ່າ: ລັດຖະບານ ຫວຽດນາມ ປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບ ອັກຊັງຕີງ ຕາມຂອບເຂດຄູ່ຮ່ວມມືຮອບດ້ານເລິກເຊິ່ງກ່ວາອີກ, ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາການປະຕິບັດບັນດາກົນໄກຮ່ວມມືຄືຄະນະກຳມາທິການລະຫວ່າງລັດຖະບານ ແລະ ທາບທາມການເມືອງລະຫວ່າງ 2 ກະຊວງການຕ່າງປະເທດຢ່າງມີໄຫວພິບ ແລະ ມີປະສິດທິຜົນ, ໜູນຊ່ວຍການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ພ້ອມທັງສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານເຕັກນິກ, ການຮ່ວມມື ໃຕ້ - ໃຕ້, ແລກປ່ຽນວັດທະນະທຳ.