ນຳການພົວພັນອາຊຽນ- ອາເມລິກາຂື້ນເປັນ ຄູ່ຮ່ວມມືຍຸດທະສາດ

ນຳການພົວພັນອາຊຽນ- ອາເມລິກາຂື້ນເປັນ ຄູ່ຮ່ວມມືຍຸດທະສາດ - ảnh 1
ຫວຽດນາມ​ເຂົ້າຮ່ວມ
ການ​ປະຊຸມ​ໂອ້​ລົມສົນທະນາອາ​ຊຽນ-ອາ​ເມ​ລິ​ກາ ຄັ້ງທີ 26

(ພາບ:baobinhphuoc.com.vn)

(vovworld) -  ອາ​ຊຽນ-ອາ​ເມ​ລິ​ກາ ບັນລຸ​ໄດ້​ບັນດາ​ຄວາມ​ຄຶບໜ້າ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຕັດສິນ​ໃຈ​ນຳ​ການ​ພົວພັນ​ນີ້​ຂຶ້ນ​ເປັນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.​ ຄຳ​ປະກາດ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ໂອ້​ລົມສົນທະນາອາ​ຊຽນ-ອາ​ເມ​ລິ​ກາ ຄັ້ງທີ 26 ຫາ​ກໍ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ ​ໃນ​ວັນ​ທີ 2-3/5 ຜ່ານ​ມາ. ນີ້​ແມ່ນ​ການ​ປະຊຸມ​ປະຈຳ​ປີ​ຂັ້ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໃນ​ຂອບ​ເຂດ​ການ​ໂອ້​ລົມສົນທະນາອາ​ຊຽນ-ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ການ​ກຳນົດ​ທິດ ​ແລະ ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ທ່ານ​ຟ້າ​ມກວາງ​ວີ​ງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ. ບັນດາປະ​ເທດອາ​ຊຽນ ​ແລະ ອາ​ເມ​ລິ​ກາ ​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຍຸດ​ທະ​ສາດ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ຈະ​ເປີດ​ກ້ວາງ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ນີ້​ຂຶ້ນ​ໃນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

   ຝ່າຍ​ອາ​ເມ​ລິ​ກາ ຊີ້​ແຈງ​ວ່າ​ຈະ​ສືບ​ຕໍ່​ນະ​ໂຍບາຍ​ສະໜິດ​ຕິດ​ພັນ​ກັບ​ອາຊີ-​ປາຊີ​ຟິກ ​ເວົ້າລວມ ​ແລະ ອາ​ຊຽນ ​ເວົ້າສະ​ເພາະ, ຖື​ວ່າ ອາ​ຊຽນ ​ແມ່ນ​ເສົາຕ້ຳຕົ້ນຕໍ​ໃນ​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ ​ແລ​ະ ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ພາກ​ພື້ນ. ອາ​ເມ​ລິ​ກາ​ ຍັງຢືນຢັນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ອາ​ຊຽນ ​ເພີ່ມ​ທະວີ​ການ​ເຊື່ອມໂຍງ ​ແລະ ຮັດ​ແຄບ​ຊ່ອງ​ວ່າງ​ການ​ພັດທະນາ​ໂດຍ​ຜ່ານ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່.

 

ຂ່າວ/ບົດ​ອື່ນ