(vovworld) - ຕອນເຊົ້າວັນທີ 03/04, ຢູ່ນະຄອນໂຮ່ຈິມິນ, ກ່າວຄຳເຫັນທີ່ພິທີຕ້ອນຮັບນາມມະຍົດວິລະຊົນແຮງງານຂອງບໍລິສັດໃຫຍ່ນ້ຳມັນອາຍແກັດຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຂະແໜງນ້ຳມັນອາຍແກັດ ເວົ້າລວມ ແລະ ຂະແໜງອາຍແກັດ ເວົ້າສະເພາະ, ໃນພາລະກິດພັດທະນາປະເທດຊາດ. ໃນໄລຍະຈະມາເຖິງ, ບໍລິສັດໃຫຍ່ນ້ຳມັນອາຍແກັດຫວຽດນາມ ຕ້ອງມີວິໄສທັດ, ມີຄວາມມານະພະຍາຍາມເພື່ອນຳຂະແໜງອາຍແກັດຫວຽດນາມ ໃຫ້ກາຍເປັນຂະແໜງອຸດສາຫະກຳລະດັບພາກພື້ນ ແລະ ໂລກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ,
“ຕ້ອງເອົາໃຈໃສ່ເຖິງວຽກງານບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ວິຊາສະເພາະ, ເອົາໃຈໃສ່ເຖິງວັດທະນະທຳວິສາຫະກິດ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຄົນງານ. ຕ້ອງເປັນເຈົ້າການຊອກຫາບັນດາແຫຼ່ງອາຍແກັດໃໝ່, ພັດທະນາພື້ນຖານໂຄງລ່າງສາງ, ທ່າກ່ຳປັ່ນ ແລະ ລະບົບທໍ່ສົ່ງອາຍແກັດ ເຊື່ອມຕໍ່ກັບພາກພື້ນ, ສ້າງໃຫ້ເປັນລະບົບທໍ່ສົ່ງອາຍແກັດແຫ່ງຊາດເທື່ອລະກ້າວ, ຄົ້ນຄວ້າບັນດາຜະລິດຕະພັນໃໝ່”.
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງສະຖານທີ່ເກີດອຸບັດຕິເຫດຢູ່ນະຄອນບຽນຮ່ວາ, ແຂວງດົ່ງນາຍ, ເພື່ອຊີ້ນຳວຽກງານແກ້ໄຂເຫດຂົວ ເກັງ ຖືກຫັກພັກລົງ, ເຮັດໃຫ້ລົດໄຟພາກເໜືອ - ພາກໃຕ້ ຖືກຕັດຕອນ.