ນ້ຳໃຈສາມັກຄີ,ມິດຕະພາບຫວຽດນາມ-ລາວ
ພາບປະກອບ
(vovworld) - ຕອນຄ່ຳວັນທີ 7/11, ທີ່ໂຮງລະຄອນກອງທັບພາກເໜືອ - ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະໂດຍ ຄະນະສິລະປະກອງທັບປະຊາຊົນ ລາວ ສະແດງ. ທີ່ລາຍການ, ບັນດານັກສິລະປິນ ລາວ ໄດ້ສະແດງຫຼາຍບົດເພງ, ວາດຟ້ອນຍ້ອງຍໍສັນລະເສີນມູນເຊື້ອສາມັກຄີ, ມິດຕະພາບລະຫວ່າງລັດ, ກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ຄື: ນ້ຳໃຈມິດຕະພາບ ລາວ - ຫວຽດນາມ, ລຸງ ໄກສອນ ໃນຫົວໃຈຂອງຂ້ອຍ, ສຽງເພງຢູ່ເຂດຊາຍແດນ, ຂ້າພະເຈົ້າຮັກປະເທດລາວ… ນີ້ກໍ່ແມ່ນໂອກາດພົວພັນແລກປ່ຽນຊ່ວຍບັນດາພະນັກງານ, ນັກຮົບກອງທັບ ແລະ ປະຊາຊົນ ຫວຽດນາມ ເຂົ້າໃຈເລິກເຊິ່ງກ່ຽວກັບພື້ນຖານວັດທະນະທຳສິລະປະຂອງປະເທດ ລາວ.