ບັດດາພັກອິດສະລາມ ຢູ່ ອີຢິບສືບຕໍ່ຢັ້ງຢືນ ທີ່ຕັ້ງບົດບາດ

ບັດດາພັກອິດສະລາມ ຢູ່ ອີຢິບສືບຕໍ່ຢັ້ງຢືນ ທີ່ຕັ້ງບົດບາດ - ảnh 1
(ພາບ: ການເລືອກຕັ້ງສະພາຕ່ຳຄັ້ງທີ 2 ຢູ່ ອີຢິບ)

ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽ​ດນາມປະຈຳ ອີ​ຢິບ​ແລ້ວ, ວັນ​ທີ 24/12, ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ສຸດ ອີ​ຢິບ (ຫຼື SEC) ​​ໃຫ້​ຮູ້​ວ່າ​ ບັນດາ​ພັກ​ອິດສະ​ລາມ ສືບ​ຕໍ່​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ທີ່​ສຳຄັນ​ຂອງ​ເຂົາ​ເຈົ້າ​ເມື່ອ​ຍາດ​ໄດ້ ກ່ວາ 65% ຈຳນວນ​ບັດ​ສະໜັບສະໜູນ​ໃນ​ການ​ເລືອກ​ຕັ້ງ​ສະພາ​ຕ່ຳ​ຄັ້ງ​ທີ 2 ທີ່​ຖືກ​ດຳ​ເນີນ​ໄປ​ເມື່ອ​ວັນ​ທີ 14 – 15/12 ​ແລະ ການ​ເລືອກ​ຕັ້ງ​ເພີ່ມ​ເຕີມ​ເມື່ອ​ວັນ​ທີ 21 – 22/12 ທີ່​ຜ່ານ​ມາ. ພັກ​ເສ​ລີ​ພາບ ​ແລະ ພັກ​ຍຸຕິ​ທຳ​ນຳ​ໜ​້າດ້ວຍ 36,5% ຈຳນວນ​ບັດ​ສະໜັບສະໜູນ​, ຮອງ​ລົງ​ມາ​ແມ່ນ​ພັກ​ອິດສະ​ລາມ Al – Nour ດ້ວຍ 28,78% ຈຳນວນ​ບັດ​ສະໜັບສະໜູນ. ​ໃນ​ຈຳນວນ 60 ທີ່​ນັ່ງ​ທີ່​ສະຫງວນໃຫ້​ແກ່​ບັນດາ​ສ່ວນ​ບຸກຄົນ, ພັກ​​ເສລີພາບ ​ແລະ ຍຸຕິ​ທຳ​ຍາດ​ໄດ້ 40 ທີ່​ນັ່ງ, ສ່ວນ​ພັກ Al – Nour  ຍາດ​ໄດ້ 13 ທີ່​ນັ່ງ. ຜ່ານ​ການ​ເລືອກ​ຕັ້ງ 2 ຄັ້ງ, ບັນດາ​ພັກ​ອິດສະ​ລາ​ມຢູ່​ອີ​ຢິບ​ໄດ້​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ຂອງ​ຕົນ. ຄາດ​ວ່າ​ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ຕ່ຳ​ໃໝ່​ຈະ​ຖືກ​ຈັດ​ຂຶ້ນ​​ໃນ​ວັນ​ທີ 23/01/2012.

ຂ່າວ/ບົດ​ອື່ນ