ບົດລາຍງານປະຈຳປີ ຂອງວິສາຫະກິດ ຫວຽດນາມ ປີ 2012.
ພິທີປະກາດບົດລາຍງານປະຈຳປີວິສາຫະກິດຫວຽດນາມປີ 2011
ພາບ:vietnamplus.vn
|
(vovworld) - ວັນທີ 14/3 ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຕັ້ງການປະກາດບົດລາຍງານປະຈຳປີວິສາຫະກິດ ຫວຽດນາມ 2011. ບົດລາຍງານໄດ້ໄຈ້ແຍກກຳລັງຄວາມສາມາດວິສາຫະກິດຫວຽດນາມໃນ 4 ຂົງເຂດ: ແຮງງານ, ການເງິນ, ປ່ຽນໃຫມ່ ແລະສຳພັດກັບຕະຫລາດ ພ້ອມທັງໄຈ້ແຍກສະພາບການເຄື່ອນໄຫວຂອງວິສາຫະກິດຕາມຫົວຂໍ້ທີ່ໄດ້ເລືອກເຟັ້ນໃນແຕ່ລະປີ. ທ່ານນາງ ຟ້າມທິທູຮັ່ງ, ເລຂາທິການໃຫຍ່ VCCI ໃຫ້ຮູ້ວ່າ: ບົດລາຍງານປະຈຳປີຂອງວິສາຫະກິດ ຫວຽດນາມ 2011 ດ້ວຍຫົວຂໍ້ວ່າ: “ຮ່ວມສຳພັນດຳເນີນທຸລະກິດ” ບໍ່ພຽງແຕ່ຍົກອອກບັນດາຄວາມຫຍຸ້ງຍາກຊຶ່ງວິສາຫະກິດຫວຽດນາມປະສົບໃນປີ 2011ເທົ່ານັ້ນ ຫາກຍັງຍົກອອກການຄາດຄະເນກ່ຽວກັບຄວາມຫຍຸ້ງຍາກຂອງເສດຖະກິດຫວຽດນາມໃນປີ 2012. ໃນສະພາບການຫຍຸ້ງຍາກປະຈຸບັນ, VCCI ສະເຫນີໃຫ້ລັດຖະບານຄວນມີບັນດາມາດຕະການຢ່າງຂ້ຽວຂາດເພື່ອຮັກສາສະພາບເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກໃຫ້ແກ່ບັນດາວິສາຫະກິດ.