ບັນຍາກາດຕ້ອນຮັບປີໃໝ່ ຄ.ສ 2016 ໄດ້ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນຢູ່ຫຼາຍບ່ອນໃນນະຄອນຫຼວງຮ່າໂນ້ຍ |
(vovworld)- ຕອນຄ່ຳວັນທີ 31/12, ບັນຍາກາດຕ້ອນຮັບປີໃໝ່ ຄ.ສ 2016 ໄດ້ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນຢູ່ຫຼາຍບ່ອນໃນນະຄອນຫຼວງຮ່າໂນ້ຍ. ຢູ່ອະນຸສາວະລີ ຫຼີທ້າຍໂຕ ໄດ້ຈັດໃຫ້ມີລາຍການສະແດງສິລະປະຕ້ອນຮັຍປີໃໝ່ ອັນໄດ້ດຶງດູດຊາວນະຄອນຫຼວງມາຊົມຢ່າງຫຼວງຫຼາຍ. ນາງ ເຈີນແທງມາຍ ອາຈານສອນຢູ່ໂຮງຮຽນວິທະຍາໄລ ວີລາເຊຣາ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າເຫັນວ່າ ບັນຍາກາດຕ້ອນຮັບປີໃໝ່ປີນີ້ ຟົດຟື້ນກວ່າທຸກປີ, ບັນດາລາຍການສະແດງສິລະປະຕ້ອນຮັບປີໃໝ່ກໍມີຄວາມເປັນເອກະລັກກວ່າ ອັນໄດ້ດຶງດູດຜູ້ມາຊົມຢ່າງຫຼວງຫຼາຍ. ອາກາດຍາມທ້າຍປີແມ່ນໜາວຈັດ, ແຕ່ດ້ວຍຄວາມສຸດອົກສຸດໃຈຂອງນັກສິລະປີນ, ລາຍການສະແດງໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ຜູ້ຊົມທັງຫຼາຍ ”
ແລະ ກໍໃນຕອນຄ່ຳວັນທີ 31/12, ຢູ່ນະຄອນດ່ານັ້ງ, ໄດ້ຈັດຕັ້ງການຍິງບັ້ງໄຟດອກບົນທະເລ, ອັນໄດ້ດຶງດູດຜູ້ມາຊົມຢ່າງຫຼວງຫຼາຍ. ທ້າວ ເລວັນຢຸ້ງ, ຢູ່ເມືອງເຊີນຈາ ນະຄອນດານັ້ງ ເວົ້າວ່າ :
“ ປີ 2015, ຂ້າພະເຈົ້າເຫັນວ່າ ນະຄອນດ່ານັ້ງ ມີຫຼາຍຂົງເຂດໄດ້ພັດທະນາດີກວ່າເມື່ອທຽບໃສ່ຊຸມປີກ່ອນໆ. ດ້ວຍທ່າຂະຫຍາຍຕົວນີ້, ຂ້າພະເຈົ້າປາດຖະໜາວ່າ ກ້າວເຂົ້າສູ່ປີ 2016, ຊາວດານັ້ງຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ. ”
ສ່ວນນະຄອນໂຮ່ຈິມິນ, ປີນີ້ກໍໄດ້ຈັດຕັ້ງການຍິງບັ້ງໄຟດອກ ຢູ່ສະຖານທີ່ 2 ແຫ່ງຄື ຢູ່ບໍລິເວນ ທາງອຸໂມງຂ້າມແມ່ນ້ຳໄຊງ່ອນທີ່ເມືອງ 2, ແລະ ສວນສາທາລະນະວັດທະນະທຳ ເດີມແຊນ ທີ່ມເມືອງ 11. ອັນໄດ້ດຶງດູດຜູ້ມາຊົມຢ່າງຫຼວງຫຼາຍ.