ບັນດາກຸ່ມປະກອບອາວຸດ ເຜົ່າພັນມຽນມາເຫັນດີ ລົງນາມໃນຂໍ່ຕົກລົງ ຢຸດຍິງກັບລັດຖະບານ
ສະພາບກອງປະຊຸມ
(ພາບ: . The Irrawaddy)
(vovworld)- ນີ້ແມ່ນເນື້ອໃນຂອງຖະແຫຼງການທີ່ຖືກຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 2 ລະຫວ່າງການນຳຂອງ 17 ກຸ່ມປະກອບອາວຸດເຜົ່າພັນຢູ່ມຽນມາ ຊື່ງຫາກໍ່ອັດລົງຢູ່ Law Khee Lar ທາງທິດຕາເວັນອອກສ່ຽງໃຕ້ມຽນມາ ດ້ວຍເລື່ອງຝ່າຍຕ່າງໆເຂົ້າຮ່ວມໄດ້ເຫັນດີເປັນເອກະສັນຈະລົງນາມໃນຂໍ້ຕົກລົງຢຸດຍິງກັບລັດຖະບານ.
ຖະແຫຼງການຂອງກຸ່ມປະກອບອາວຸດເຜົ່າພັນກໍ່ຊຸກຍູ້ຄຳຮຽກຮ້ອງດຳເນີນການເຈລະຈາການເມືອງໃນຮ່າງຂໍ້ຕົກລົງກ່ຽວກັບການຢຸດຍິງໃນທົ່ວປະເທດ. ແລະ ກໍ່ຕາມຖະແຫຼງການດັ່ງກ່າວແລ້ວ, ກອງປະຊຸມ Law Khee Lar ຈະສວມບົດບາດແມ່ນກອງປະຊຸມກຽມໃຫ້ແກ່ການເຈລະຈາການເມືອງຄັ້ງຕ່າງໆລະຫວ່າງລັດຖະບານ ແລະ ບັນດາກຸ່ມປະກອບອາວຸດ ພາຍລັງທີ່ຂໍ້ຕົກລົງຢຸດຍິງໄດ້ຮັບການລົງນາມ. ບັນດາ ກຸ່ມປະກອບອາວຸດເຜົ່າພັນຕ້ອງພ້ອມກັນເຂົ້າຮ່ວມວິວັດການເຈລະຈາ ແລະ ຕ້ອງມານະພະຍາຍາມເພື່ອສ້າງຕັ້ງສະຫະລັດຢ່າງແທ້ຈິງ./.