ບັນດາການເຄື່ອນໄຫວຟົດຟື້ນດ້ວຍຫົວຂໍ້ “ຍາມພັກແລ້ງຂອງນ້ອງ”

(VOVWORLD) -ໃນລະຫວ່າງວັນທີ 01 – 31 ກໍລະກົດ, ຢູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາເຜົ່າຫວຽດນາມ (ດົ່ງໂມ, ເທດສະບານເຊີນໄຕ, ຮ່າໂນ້ຍ) ຈະດຳເນີນບັນດາການເຄື່ອນໄຫວດ້ວຍຫົວຂໍ້ວ່າ “ຍາມພັກແລ້ງຂອງນ້ອງ”.

ບັນດາການເຄື່ອນໄຫວຟົດຟື້ນດ້ວຍຫົວຂໍ້ “ຍາມພັກແລ້ງຂອງນ້ອງ” - ảnh 1 ການເຄື່ອນໄຫວດ້ວຍຫົວຂໍ້ວ່າ “ຍາມພັກແລ້ງຂອງນ້ອງ”

(ພາບ: toquoc.vn)

ບັນດາການເຄື່ອນໄຫວປະຈຳວັນ, ທ້າຍອາທິດແມ່ນຈຸດໂດດເດັ່ນໃນເດືອນ ຈະປະກອບສ່ວນແນະນຳຈຸດວັດທະນະທຳ, ຮີດຄອງປະເພນີຂອງປະຊາຄົມບັນດາເຜົ່າ ທີ່ພວມເຄື່ອນໄຫວປະຈຳວັນຢູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາເຜົ່າຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາເຜົ່າ ແລະ ນັກທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ຊອກຮູ້ ແລະ ເຂົ້າຮ່ວມພຶດຕິກຳຕົວຈິງຢູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາເຜົ່າຫວຽດນາມ.

      ການເຄື່ອນໄຫວເດືອນ ກໍລະກົດ 2018 ດ້ວຍການເຂົ້າຮ່ວມຂອງພໍ່ແມ່ພີນ້ອງບັນດາເຜົ່າລວມ 90 ຄົນທີ່ມາຈາກ 12 ຊົນເຜົ່າຄື: ເຜົ່າມົ້ງ, ຢ້າວ, ໄຕ່, ໄທ, ເມື່ອງ…  ພ້ອມກັບເຂົ້າຮ່ວມບັນດາການເຄື່ອນໄຫວຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ